ສ້າງໂຄງການຫຼັກໝາຍ “ໜຶ່ງແລວໜຶ່ງເສັ້ນທາງ” ຕາມມາດຕະຖານຂອງຈີນ

2022-07-11 14:17:40 cri


ໂດຍຍຶດໝັ້ນເປົ້າໝາຍທີ່ມີມາດຕະຖານສູງ, ແບບຍືນຍົງແລະມີຜົນປະໂຫຍດໃຫ້ກັບປະຊາຊົນ, ນັບແຕ່ປີ 2022 ນີ້ເປັນຕົ້ນມາ, ໂຄງການພື້ນຖານໂຄງລ່າງທີ່ກໍ່ສ້າງຕາມມາດຕະຖານຂອງຈີນຈຳນວນຫຼວງຫຼາຍໄດ້ເລັ່ງຊຸກຍູ້ການກໍ່ສ້າງຢູ່ຕ່າງປະເທດ ເພື່ອສ້າງໂຄງການຫຼັກໝາຍທີ່ມີຄຸນນະພາບສູງໃນການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”.

ເສັ້ນທາງລົດໄຟລາວ-ຈີນ ທີ່ອອກແບບແລະສ້າງສາຕາມມາດຕະຖານລະດັບ 1 ຂອງທາງລົດໄຟຈີນ ແລະຈີນ-ລາວສອງປະເທດຮ່ວມກັນບໍລິຫານນັ້ນ ໄດ້ສຳເລັດການສ້າງສະຖານີປ່ຽນຖ່າຍສົ່ງສິນຄ້າຢູ່ສະຖານີວຽງຈັນໃຕ້ ຫຼັງຈາກເປີດບໍລິການມາເປັນເວລາ 7 ເດືອນ ເຊິ່ງເສັ້ນທາງການຂົນສົ່ງສິນຄ້າສາມາດໄປເຖິງປະເທດໄທໂດຍກົງ, ເປັນການເປີດເສັ້ນທາງສາຍກາງໃນເຄືອຂ່າຍທາງລົດໄຟບໍລິເວນອາຊີ.

ນັບແຕ່ປີ 2022 ນີ້ເປັນຕົ້ນມາ, ການໃຫ້ມາດຕະຖານຂອງຈີນກ້າວໄປສູ່ຕ່າງປະເທດໄດ້ເລັ່ງລັດຈັດຕັ້ງປະຕິບັດຢູ່ຕ່າງປະເທດ ໂດຍໄດ້ຮັບຜົນສຳເລັດທີ່ພົ້ນເດັ່ນໃນຫຼາຍຂົງເຂດ ເຊັ່ນ: ໂຄງການໄຟຟ້າ, ການຂົນສົ່ງຄົມມະນາຄົມ, ການສ້າງໂທລະຄົມມະນາຄົມ, ອຸດສາຫະກຳນ້ຳມັນເຊື້ອໄຟ ແລະອື່ນໆ, ບໍ່ພຽງແຕ່ໄດ້ຍົກສູງລະບົບມາດຕະຖານຂອງການກໍ່ສ້າງພື້ນຖານໂຄງລ່າງຂອງປະເທດນັ້ນເທົ່ານັ້ນ, ຍັງໄດ້ເຮັດໃຫ້ການພັດທະນາເສດຖະກິດ ແລະຊີວິດການເປັນຢູ່ຂອງປະຊາຊົນທ້ອງຖິ່ນມີການປ່ຽນແປງຢ່າງແທ້ຈິງ.

ອີງຕາມຕົວເລກສະຖິຕິຫຼ້າສຸດສະແດງໃຫ້ເຫັນວ່າ: ໂຄງການກໍ່ສ້າງພື້ນຖານໂຄງລ່າງສຳຄັນທີ່ພວມກໍ່ສ້າງຢູ່ປະເທດລຽບຕາມ “ໜຶ່ງແລວໜຶ່ງເສັ້ນທາງ” ກວມ 1 ສ່ວນ 3 ໄດ້ປະຕິບັດຕາມມາດຕະຖານຂອງຈີນ, ໄດ້ໃຫ້ການສະໜັບສະໜູນດ້ານເຕັກນິກເພື່ອຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ດ້ວຍຄຸນນະພາບສູງ.