ນາຍົກລັດຖະມົນຕີໄທຕ້ອນຮັບການເຂົ້າຢ້ຽມຄຳນັບຂອງລັດຖະມົນຕີກະຊວງການຕ່າງປະເທດອາເມຣິກາ

2022-07-11 10:39:32 cri

ຕອນບ່າຍວັນທີ 10 ກໍລະກົດນີ້, ທ່ານປຣະຍຸດ ຈັນໂອຊາ ນາຍົກ ລັດຖະມົນຕີທັງເປັນລັດຖະມົນຕີກະຊວງປ້ອງກັນປະເທດໄທໄດ້ຕ້ອນຮັບການເຂົ້າຢ້ຽມຄຳນັບຂອງທ່ານອັນໂຕນີ ບລິນເຄນ ລັດຖະມົນຕີກະຊວງການຕ່າງປະເທດ ອາເມຣິກາທີ່ເດີນທາງໄປຢ້ຽມຢາມປະເທດໄທ. ສອງຝ່າຍໄດ້ແລກປ່ຽນ ຄວາມເຫັນກ່ຽວກັບບັນຫາຕ່າງໆເຊັ່ນ: ການຮ່ວມມືດ້ານເສດຖະກິດການ ຄ້າລະຫວ່າງສອງປະເທດ, ການປ່ຽນແປງຂອງດິນຟ້າອາກາດກັບການພັດທະນາ ພະລັງງານສະອາດ, ການຕ້ານການຄ້າມະນຸດ, ການຮ່ວມມືໃນພາກພື້ນ ພ້ອມດ້ວຍສະຖານະການຢູ່ມຽນມາແລະອື່ນໆ.


ຕອນເຊົ້າມື້ດຽວກັນ, ທ່ານ ດອນ ປຣະມັດວິໄນ ຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີກະຊວງການຕ່າງປະເທດໄທໄດ້ພົບປະເຈລະຈາກັບທ່ານບລິນເຄນ. ຫຼັງຈາກການພົບປະເຈລະຈາ, ສອງຝ່າຍໄດ້ຮ່ວມກັນລົງນາມໃນຖະ ແຫຼງການວ່າດ້ວຍສາຍພົວພັນສະຫະພັນຍຸດທະສາດແລະຄູ່ຮ່ວມມືໄທ-ອາເມຣິ ກາ ພ້ອມດ້ວຍບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມືດ້ານຕ່ອງໂສ້ການສະ ໜອງລະຫວ່າງສອງປະເທດ.