ຖ້າຢາກປັບປຸງການພົວພັນຈີນ-ອາເມຣິກາໃຫ້ດີຂຶ້ນ ອາເມຣິກາຕ້ອງການເພີ່ມ “ຄວາມແນ່ນອນ” ໃຫ້ແກ່ນະໂຍບາຍຕໍ່ຈີນ

2022-07-11 15:34:55 CRI

ວັນທີ 9 ກໍລະກົດນີ້, ພາຍຫຼັງທ່ານຫວາງຢີ້ ທີ່ປຶກສາແຫ່ງລັດ ທັງເປັນລັດຖະມົນຕີກະຊວງການຕ່າງປະເທດຈີນເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດຂອງກຸ່ມ 20 ປະເທດ ຫຼື G20 ແລ້ວ, ທ່ານໄດ້ລົງເລິກແລກປ່ຽນກັບທ່ານອັນໂຕນີ ບລິນເກນ ລັດຖະມົນຕີກະຊວງການຕ່າງປະເທດອາເມຣິກາກ່ຽວກັບການພົວພັນຈີນ-ອາເມຣິກາຢ່າງຮອບດ້ານ ແລະ ກົງໄປກົງມາ.

ໃນການພົບປະ, ທ່ານຫວາງຢີ້ກ່າວວ່າ, ນະໂຍບາຍທີ່ມີຕໍ່ຈີນຂອງອາເມຣິກາມີຄວາມຂັດແຍ້ງກັນ ເຊິ່ງໄດ້ສ່ອງແສງໃຫ້ເຫັນວ່າ, ອາເມຣິກາມີຄວາມຮັບຮູ້ທີ່ຜິດພາດຕໍ່ຈີນ, ແລ້ວເຮັດໃຫ້ນະໂຍບາຍທີ່ມີຕໍ່ຈີນຂອງອາເມຣິກາໄດ້ເກີດມີຄວາມຜິດພາດ. ຖ້າຄວາມຮັບຮູ້ທີ່ຜິດພາດເຫຼົ່ານີ້ໄດ້ຂະຫຍາຍຕົວຕື່ມອີກ, ນະໂຍບາຍຕໍ່ຈີນຂອງອາເມຣິກາກໍຈະເກີດມີຄວາມຜິດພາດຫຼາຍກວ່ານີ້ອີກ.

ໃນຫຼາຍປີມໍ່ໆມານີ້, ນະໂຍບາຍທີ່ມີຕໍ່ຈີນຂອງລັດຖະບານໂຈ ໄບເດັນໄດ້ເກີດມີຄວາມຂັດແຍ້ງກັນຫຼາຍຢ່າງ.

ດ້ານໜຶ່ງ, ລັດຖະບານໂຈ ໄບເດັນຢາກຮ່ວມມືກັບຈີນໃນດ້ານຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ຍ້ອນວ່າຖ້າບໍ່ມີການຊ່ວຍເຫຼືອຈາກຈີນ, ອາເມຣິກາຈະບໍ່ສາມາດຮັບມືກັບສິ່ງທ້າທາຍຈາກການປ່ຽນແປງຂອງດິນຟ້າອາກາດໄດ້ແຕ່ຝ່າຍດຽວ; ນອກນີ້, ອາເມຣິກາຍັງຢາກເພີ່ມທະວີການຮ່ວມມືດ້ານເສດຖະກິດກັບຈີນ ເພື່ອຫຼຸດໄພເງິນເຟີ້ຂອງຕົນ.

ອີກດ້ານໜຶ່ງ, ອາເມຣິກາຮູ້ສຶກກັງວົນຕໍ່ການພັດທະນາຢ່າງວ່ອງໄວຂອງຈີນ ແລະ ເຫັນວ່າ, ການພັດທະນາຂອງຈີນຈະເປັນ “ໄພຂົ່ມຂູ່” ຕໍ່ຖານະເຈົ້າໂລກຂອງອາເມຣິກາ ເຊິ່ງເຮັດໃຫ້ອາເມຣິກາພະຍາຍາມສຸດຂີດເພື່ອໃຊ້ຄວາມກົດດັນຕໍ່ຈີນຢ່າງຮອບດ້ານ. ນອກຈາກຂຶ້ນອັດຕາພາສີຕໍ່ຜະລິດຕະພັນຈີນທີ່ສົ່ງເຂົ້າອາເມຣິກາ ແລະ ລົງໂທດຕໍ່ວິສາຫະກິດວິທະຍາສາດສູງ ແລະ ໃໝ່ຂອງຈີນແລ້ວ, ເດືອນເມສາປີ 2021, ອາເມຣິກາຍັງໄດ້ຜ່ານການຮັບຮອງ “ກົດໝາຍວ່າດ້ວຍການແຂ່ງຂັນຍຸດທະສາດ 2021” ເພື່ອເພີ່ມທະວີການເປັນປໍລະປັກກັບຈີນຢ່າງຮອບດ້ານ. ລັດຖະບານຊຸດປັດຈຸບັນຂອງອາເມຣິກາເຄີຍກ່າວຫຼາຍເທື່ອວ່າ, ຈະບໍ່ເຮັດສົງຄາມເຢັນກັບຈີນ. ແຕ່ວ່າ, ພາຍຫຼັງມູນນິທິຄົ້ນຄວ້າສັນຕິພາບ ແລະ ອະນາຄົດຂ້າມຊາດ ທີ່ເປັນຄັງປັນຍາຂອງປະເທດຊູແອດໄດ້ຄົ້ນຄວ້ານະໂຍບາຍຂອງອາເມຣິກາແລ້ວເຫັນວ່າ, ອາເມຣິກາພວມຊຸກຍູ້ “ວາລະເຮັດສົງຄາມເຢັນຕໍ່ຈີນ” ຢ່າງເປັນລະບົບ.

ທ່ານລາແທມ ຜູ້ຊ່ຽວຊານດ້ານການເມືອງຂອງອາເມຣິກາເຫັນວ່າ, ແນວຄວາມຄິດດ້ານການທູດທີ່ມີຄວາມຂັດແຍ້ງກັນຂອງອາເມຣິກາເປັນບັນຫາທີ່ໃຫຍ່ທີ່ສຸດຂອງອາເມຣິກາ. ທ່ານເຄີຍໄດ້ພິມບົດຄວາມລົງເວັບໄຊ “The Hill” ຂອງອາເມຣິກາໃນຫວ່າງມໍ່ໆມານີ້ວ່າ, ດ້ານໜຶ່ງ, ອາເມຣິກາຢາກສ້າງສະຫະພັນທົ່ວໂລກ ເພື່ອສະກັດກັ້ນຈີນ, ອີກດ້ານໜຶ່ງ, ອາເມຣິກາກໍຢາກຮັກສາຄວາມດຸນດ່ຽງຂອງທົ່ວໂລກດ້ວຍທ່າທີອ່ອນໂຍນ. ແນວຄວາມຄິດການທູດທີ່ມີຄວາມຂັດແຍ້ງກັນແບບນີ້, ເຮັດໃຫ້ນະໂຍບາຍການທູດຂອງອາເມຣິກາເກີດມີການປ່ຽນແປງຢ່າງຮຸນແຮງ.

ຖ້າຢາກປັບປຸງການພົວພັນຈີນ-ອາເມຣິກາໃຫ້ດີຂຶ້ນ, ລັດຖະບານອາເມຣິກາຕ້ອງວິນິດໄສຕໍ່ຈີນຢ່າງຖືກຕ້ອງ ໃນການພົວພັນຈີນ-ອາເມຣິກາ ພ້ອມທັງເພີ່ມຄວາມແນ່ນອນດ້ານນະໂຍບາຍ. ຖ້າອາເມຣິກາວາງນະໂຍບາຍຕໍ່ຈີນ ດ້ວຍຄວາມລະແວງສົງໄສ ແລະ ມີທ່າທີລຳອຽງຕໍ່ພູມສາດການເມືອງ, ຖ້າອາເມຣິກາບໍ່ປ່ຽນແປງນະໂຍບາຍຂອງຕົນ, ບໍ່ພຽງແຕ່ຈະເຮັດໃຫ້ການພົວພັນຈີນ-ອາເມຣິການັບມື້ນັບຊຸດຮ້າຍລົງເທົ່ານັ້ນ, ໃນທີ່ສຸດ, ກໍຈະສ້າງຜົນຮ້າຍຕໍ່ອາເມຣິກາເອງ.