ທາງລົດໄຟລາວ-ຈີນຊ່ວຍປະເທດລາວກ້າວເຂົ້າສູ່ເສັ້ນທາງຄວາມໄວສູງແຫ່ງການພັດທະນາ

2022-07-12 12:38:40 cri

ວັນທີ 8 ກໍລະກົດນີ້, ໂຄງການບຳບັດນ້ຳເປື້ອນໃນຮ່ອງແຊງ ນະຄອນຫຼວງວຽງຈັນ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ(MOU)ວ່າດ້ວຍການສຶກສາຄວາມເປັນໄປໄດ້ ຢ່າງເປັນທາງການ. ໂຄງການດັ່ງກ່າວມີຈຸດປະສົງເພື່ອສ້າງສວນສາທານະສະສີຂຽວແຫ່ງໜຶ່ງ ທີ່ມີທີວທັດປະເພດຕ່າງໆ ຢູ່ນະຄອນຫຼວງວຽງຈັນ ເພື່ອເຮັດໃຫ້ຊາວນະຄອນຫຼວງວຽງຈັນ ແລະນັກທ່ອງທ່ຽວມີການສຳຜັດ ແລະຄວາມຮູ້ສຶກທີ່ມີເອກະລັກພິເສດ.

ໂຄງການບຳບັດນ້ຳເປື້ອນໃນຮ່ອງແຊງ ນະຄອນຫຼວງວຽງຈັນ ເປັນໝາກຜົນຂອງການພັດທະນາຢ່າງວ່ອງໄວຂອງຕົວເມືອງ, ການສ້າງສວນສາທາລະນະຢູ່ໃນຕົວເມືອງ ສາມາດຍົກສູງຄຸນນະພາບຊີວິດການເປັນຢູ່ ແລະສຸຂະພາບຂອງຊາວ ເມືອງ ເຊິ່ງມີບົດບາດສຳຄັນໃນການພັດທະນາຕົວເມືອງ. ການສ້າງສວນສາທາລະນະສີຂຽວຢູ່ນະຄອນຫຼວງວຽງຈັນ ເປັນບາດກ້າວທຳອິດທີ່ປະເທດລາວປັບປຸງກໍ່ສ້າງຕົວເມືອງໃຫ້ທັນສະໄໝ ໃນຂະນະທີ່ເສດຖະກິດແຫ່ງຊາດກ້າວເຂົ້າສູ່ເສັ້ນທາງພັດທະນາຄວາມໄວສູງ ໂດຍພາຍຫຼັງເປີດນຳໃຊ້ທາງລົດໄຟລາວ-ຈີນຢ່າງເປັນທາງການ.

ການເປີດນຳໃຊ້ທາງລົດໄຟລາວ-ຈີນຢ່າງເປັນທາງ ໄດ້ຫຼຸດຕົ້ນທຶນການຂົນສົ່ງສິນຄ້າຫ້ໜ້ອຍລົງຢ່າງຫຼວງຫຼາຍ, ຢາງພາລາ, ປຸ໋ຍ ແລະດອກໄມ້ສົດຂອງລາວທີ່ສົ່ງອອກໄປຈີນ ໄດ້ເພີ່ມຂຶ້ນຢ່າງຫຼວງຫຼາຍ. ໃນໄລຍະທີ່ທາງລົດໄຟລາວ-ຈີນເປີດນຳໃຊ້ເປັນເວລາພຽງ 3 ເດືອນເທົ່ານັ້ນ, ການໄດ້ປຽບດຸນການຄ້າກັບຈີນຂອງລາວກໍໄດ້ບັນລຸເຖິງ 41 ລ້ານໂດລາສະຫະລັດແລ້ວ. ໃນຂະນະທີ່ທາງລົດໄຟລາວ-ຈີນໄດ້ເລັ່ງຄວາມໄວການພັດທະນາການຂົນສົ່ງສິນຄ້າ, ທາງລົດໄຟດັ່ງກ່າວ ຍັງໄດ້ຊຸກຍູ້ການພັດທະນາຂອງຂະແໜງການທ່ອງທ່ຽວຢູ່ລຽບຕາມເສັ້ນທາງ ໂດຍໄດ້ເຮັດໃຫ້ການຄົມມະນາຄົມ, ໂຮງແຮມ, ສາທາລະນະສຸກ ແລະອີກຫຼາກຫຼາຍຂະແໜງການ ໄດ້ຮັບການພັດທະນາຢ່າງວ່ອງໄວ. ຫຼັງຈາກເສດຖະກິດມີການພັດທະນາແລ້ວ, ຊີວິດການເປັນຢູ່ຂອງປະຊາຊົນກໍມີຄວາມສຸກຫຼາຍຂຶ້ນ. ພ້ອມກັນນັ້ນ ກໍມີຄວາມຮຽກຮ້ອງຕ້ອງການທີ່ສູງກວ່າເກົ່າຕໍ່ການພັດທະນາ ແລະການກໍ່ສ້າງຕົວເມືອງ. ໂຄງການບຳບັດນ້ຳເປື້ອນໃນຮ່ອງແຊງ ນະຄອນຫຼວງວຽງຈັນ ກໍເປັນການຕອບສະໜອງກັບຄວາມຮຽກຮ້ອງຕ້ອງການດັ່ງກ່າວ.

ຄຽງຄູ່ກັບເສດຖະກິດສັງຄົມຂອງລາວໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງ, ປະຊາຊົນລາວກໍຈະມີຄວາມຮຽກຮ້ອງຕ້ອງການຕໍ່ກັບລະດັບຊີວິດການເປັນຢູ່ຂອງຕົນສູງກວ່າເກົ່າ. ສະນັ້ນ, ທ້ອງຖິ່ນຕ່າງໆຂອງລາວ ກໍຍິນດີຈະເລີ່ມສ້າງສວນສາທາລະນະສີຂຽວຢູ່ໃນຕົວເມືອງໃຫ້ຫຼາຍກວ່າເກົ່າ. ສ່ວນທາງລົດໄຟລາວ-ຈີນ ທີ່ເປັນເສັ້ນທາງຈໍລະຈອນສິນຄ້າທີ່ສະດວກທີ່ສຸດລະຫວ່າງຈີນກັບອາຊຽນ ກໍຈະສາມາດຊ່ວຍປະເທດລາວໃຫ້ມີການພັດທະນາດ້ານເສດຖະກິດ ແລະສ້າງຄວາມຜາສຸກໃຫ້ກັບຊີວິດການເປັນຢູ່ຂອງປະຊາຊົນ ໃນຖານະທີ່ເປັນແຮງຊ່ວຍປະເທດລາວອີກບາດກ້າວໜຶ່ງທີ່ຈະກ້າວເຂົ້າສູ່ເສັ້ນທາງຄວາມໄວສູງແຫ່ງການພັດທະນາ.