ປະຊາທິປະໄຕ ແລະການປົກຄອງຕາມລັດຖະທຳມະນູນຂອງອາເມຣິກາທີ່ພັງທະລາຍເທື່ອລະກ້າວ ຍ້ອນການຂັດແຍ້ງກັນລະຫວ່າງສອງພັກ

2022-07-13 15:11:17 cri

ການຂັດແຍ້ງກັນລະຫວ່າງສອງພັກການເມືອງ ເປັນເນື້ອໃນທີ່ຄົງຕົວຕະຫຼອດໃນການເມືອງຂອງອາເມຣິກາ. ເປັນໄລຍະຍາວນານມາແລ້ວ, ການຂັດແຍ້ງກັນລະຫວ່າງສອງພັກຂອງອາເມຣິກາ ໄດ້ເຊື່ອມຊຶມເຂົ້າໃນດ້ານຕ່າງໆທາງສັງຄົມ ແລະຊີວິດການເປັນຢູ່ຂອງອາເມຣິກາ.

ຫຼັງຈາກອາເມຣິກາເລີ່ມການເລືອກຕັ້ງໄລຍະກາງໃນປີນີ້ແລ້ວ, ເພື່ອຍາດເອົາໄຊຊະນະໃນການເລືອກຕັ້ງ, ພັກເດໂມເຄຣດ ແລະພັກຣີພັບບລີກັນຂອງອາເມຣິກາໄດ້ກ່າວໂຈມຕີເຊິ່ງກັນແລະກັນ ແລະຄິດຫາທຸກວິທີ ເພື່ອຍາດເອົາທ່າແຮງໃນການເລືອກຕັ້ງດັ່ງກ່າວ.

ໃນໄລຍະມໍ່ໆມານີ້, ພັກເດໂມເຄຣດຂອງອາເມຣິກາໄດ້ສວຍໃຊ້ “ເຫດການຈະລາຈົນທີ່ເກີດຂຶ້ນຢູ່ຫໍສະພາແຫ່ງຊາດອາເມຣິກາ” ທີ່ເກີດຂຶ້ນໃນໄລຍະທ່ານໂດໂນ ທຣຳ ຄອງອຳນາດ ແລະຈັດກອງປະຊຸມຟັງຄຳໃຫ້ການ 6 ຄັ້ງ ເພື່ອເຜີຍແບບົດບາດທີ່ອັບອາຍຂາຍໜ້າຂອງທ່ານໂດໂນ ທຣຳ ໃນເຫດການດັ່ງກ່າວ ເພື່ອໂຈມຕີທ່ານໂດໂນ ທຣຳ.

ແຕ່ໃນຂະນະທີ່ພັກເດໂມເຄຣດກຳລັງໂຈມຕີທ່ານໂດໂນ ທຣຳຢ່າງຮຸນແຮງນັ້ນ, ສານສູງສຸດຂອງອາເມຣິກາພັດໄດ້ແຈ້ງຜົນການຕັດສິນຕ່າງໆ ທີ່ມີຜົນດີຕໍ່ພັກຣີພັບບລີກັນ ເຊັ່ນ ການປະຕິເສດຄຳຕັດສິນຄະດີແທ້ງລູກລະຫວ່າງ ໂຣ ກັບ ເວດ ໂດຍໄດ້ຢຸດຕິ “ສິດທິແທ້ງລູກທີ່ປົກປ້ອງໂດຍລັດຖະທຳມະນູນ” ຢູ່ອາເມຣິກາທີ່ມີມາໄດ້ເກືອບເຄິ່ງສະຕະວັດແລ້ວ; ຕັດສິນກົດໝາຍຄວບຄຸມອາວຸດປືນ “ລະເມີດລັດຖະທຳມະນູນ”, ອະນຸຍາດສິດຖືປືນຢ່າງປິດລັບຢູ່ໃນສະຖານທີ່ສາທາລະນະຂອງປະຊາຊົນ. ນອກນີ້, ສານສູງສຸດຂອງອາເມຣິກາຍັງໄດ້ຈຳກັດຄວາມສາມາດຂອງລັດຖະບານອາເມຣິກາໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ດ້ວຍຂໍ້ອ້າງທີ່ວ່າ: ການປະຕິບັດມາດຕະການຈຳກັດຢ່າງເຂັ້ມງວດຂອງອົງການປ້ອງກັນສິ່ງແວດລ້ອມ ບໍ່ມີຫຼັກອ້າງອີງທາງກົດໝາຍ.

ໃນລະບອບການແບ່ງສິດອຳນາດເປັນ 3 ພາກສ່ວນຂອງອາເມຣິກາ, ສານສູງສຸດອາເມຣິກາ ທີ່ຄອງສິດຕຸລາການນັ້ນ ບໍ່ຄວນມີສ່ວນກ່ຽວຂ້ອງກັບການຂັດແຍ້ງກັນລະຫວ່າງສອງພັກ. ແຕ່ໃນເທື່ອນີ້ ສານສູງສຸດອາເມຣິກາພັດໄດ້ສວຍໃຊ້ອຳນາດຂອງຕົນ ແຊກແຊງເຂົ້າໃນການຂັດແຍ້ງກັນລະຫວ່າງສອງພັກ ເຊິ່ງບໍ່ພຽງແຕ່ເຮັດໃຫ້ສັງຄົມອາເມຣິກາເກີດມີຄວາມແຕກແຍກກັນຕື່ມອີກເທົ່ານັ້ນ ຍັງໄດ້ເຮັດໃຫ້ອິດທິພົນ ແລະຊື່ສຽງຂອງສານສູງສຸດອາເມຣິກາຖືກທຳລາຍຢ່າງຮ້າຍແຮງອີກດ້ວຍ. ນອກນີ້, ຜົນກະທົບທີ່ເກີດມາຕາມຫຼັງນັ້ນຍັງມີລະບອບປະຊາທິປະໄຕຂອງອາເມຣິການັບມື້ນັບພັງທະລາຍລົງ  ແລະສິດປະຊາທິປະໄຕຂອງປະຊາຊົນອາເມຣິກາກໍນັບມື້ນັບຫຼຸດໜ້ອຍລົງ.