ລັດຖະມົນຕີການຕ່າງປະເທດຈີນສະເໜີຈຸດຢືນຕ່າງໆກ່ຽວກັບການລົງເລິກສາຍພົວພັນຈີນ-ອາຊຽນ

2022-07-13 11:04:55 cri



ເມື່ອບໍ່ດົນມານີ້, ທ່ານຫວາງຢີ້ ທີ່ປຶກສາແຫ່ງລັດ ທັງເປັນລັດຖະມົນຕີ ກະຊວງການຕ່າງປະເທດຈີນໄດ້ເດີນທາງຢ້ຽມຢາມສຳນັກງານກອງເລຂາອາຊຽນພ້ອມທັງກ່າວປາຖະກະຖາໂດຍໄດ້ສະເໜີຈຸດຢືນແລະຂໍ້ສະເໜີຕ່າງໆຂອງຈີນກ່ຽວກັບການລົງເລິກສາຍພົວພັນຈີນ-ອາຊຽນຕື່ມອີກ, ສົ່ງເສີມສັນຕິພາບແລະຄວາມຈະເລີນ ຮຸ່ງເຮືອງຂອງພາກພື້ນ.

ໃນໂອກາດກ່າວປາຖະກະຖາ, ທ່ານຫວາງຢີ້ໄດ້ຊີ້ໃຫ້ເຫັນວ່າ: ປີນີ້ເປັນ ປີທຳອິດແຫ່ງການສ້າງສາຍພົວພັນຄູ່ຮ່ວມຍຸດທະສາດຮອບດ້ານຈີນ-ອາຊຽນ, ຈີນຈະ ສືບຕໍ່ສະໜັບສະໜູນຖານະໃຈກາງຂອງອາຊຽນ, ສືບຕໍ່ຊຸກຍູ້ການແກ້ໄຂ ຂໍ້ຂັດແຍ້ງດ້ວຍວິທີການອາຊີ, ສືບຕໍ່ປະຕິບັດຍຸດທະສາດພັດທະນາແບບ ເປີດປະຕູສູ່ພາຍນອກຢ່າງເດັດດ່ຽວ, ສືບຕໍ່ເດັດດ່ຽວຊຸກຍູ້ການຮ່ວມມືແຫ່ງການປະດິດສ້າງດ້ານວິທະຍາສາດເຕັກນິກ, ສືບຕໍ່ເສີມຂະຫຍາຍ ຄ່ານິຍົມອາຊີ, ເພື່ອຮ່ວມກັນຂຽນປະຫວັດສາດໜ້າໃໝ່ແຫ່ງການຮ່ວມມືໃນພາກພື້ນແລະການຟື້ນຟູຄວາມຈະເລີນຮຸ່ງເຮືອງຂອງອາຊີ.