ຫົກເດືອນຕົ້ນປີ2022 ຍອດມູນຄ່າການນຳເຂົ້າແລະສົ່ງອອກຂອງຈີນໄດ້ເຕີບໂຕ 9,4%

2022-07-14 11:50:46 cri

   

ວັນທີ 13 ກໍລະກົດນີ້, ຫ້ອງການຖະແຫຼງຂ່າວຂອງລັດຖະບານຈີນໄດ້ຈັດກອງ ປະຊຸມຖະແຫຼງຂ່າວ, ທ່ານຫຼີຂຸຍເວີນ ໂຄສົກອົງການພາສີຈີນ, ຫົວໜ້າກົມ ສະຖິຕິວິເຄາະອົງການພາສີຈີນໄດ້ແຈ້ງສະພາບການນຳເຂົ້າແລະສົ່ງອອກຂອງຈີນໃນຫົກເດືອນຕົ້ນປີ2022ນີ້. ອີງຕາມສະຖິຕິຂອງດ່ານພາສີ, ໃນຫົກເດືອນຕົ້ນປີນີ້, ຍອດມູນຄ່າການນຳເຂົ້າແລະສົ່ງອອກສິນຄ້າຂອງຈີນບັນລຸ19.800 ຕື້ຢວນ, ເພີ່ມຂຶ້ນ 9,4%ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ. ອາຊຽນສືບຕໍ່ເປັນຄູ່ການຄ້າ ໃຫຍ່ອັນດັບໜຶ່ງຂອງຈີນ. 


ສິ່ງທີ່ໜ້າສົນໃຈນັ້ນແມ່ນ ໃນຫົກເດືອນຕົ້ນປີນີ້, ຍອດມູນຄ່າການນຳເຂົ້າແລະສົ່ງອອກຂອງຈີນຕໍ່ອາຊຽນໄດ້ເພີ່ມຂຶ້ນ 10,6%, ຕໍ່ສະຫະພາບເອີຣົບໄດ້ເພີ່ມຂຶ້ນ 7,5%, ຕໍ່ອາເມຣິກາໄດ້ເພີ່ມຂຶ້ນ 11,7%, ອາຊຽນສືບຕໍ່ເປັນຄູ່ການຄ້າໃຫຍ່ອັນດັບໜຶ່ງຂອງຈີນ, ກວມ 14,9%ຂອງຍອດ ມູນຄ່າການຄ້າກັບຕ່າງປະເທດຂອງຈີນ. ໃນໄລຍະດຽວກັນ, ການນຳເຂົ້າ ແລະສົ່ງອອກຂອງຈີນກັບບັນດາປະເທດຢູ່ລຽບຕາມ “ໜຶ່ງແລວໜຶ່ງເສັ້ນທາງ” ໄດ້ເພີ່ມຂຶ້ນ 17,8% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ, ຍອດມູນຄ່າ ການນຳເຂົ້າແລະສົ່ງອອກຂອງຈີນກັບ 14 ປະເທດສະມາຊິກສັນຍາ ຄູ່ຮ່ວມເສດຖະກິດຮອບດ້ານໃນພາກພື້ນຫຼື RCEP ໄດ້ເພີ່ມຂຶ້ນ 6.040 ຕື້ຢວນ, ເພີ່ມຂຶ້ນ 5,6% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ.  ທ່ານ ຊາງປາຍຊວນ ຫົວໜ້າສະຖາບັນຄົ້ນຄ້າເສດຖະກິດສາກົນຂອງມະຫາ ວິທະຍາໄລເສດຖະກິດການຄ້າກັບຕ່າງປະເທດຂອງຈີນໄດ້ວິເຄາະວ່າ: ຈັງຫວະການເຕີບໂຕດ້ານການຄ້າລະຫວ່າງຈີນກັບອາຊຽນ ແລະຈີນກັບອາເມຣິກາໄດ້ນຳໜ້າກຸ່ມເສດຖະກິດອື່ນໆ ເຊິ່ງສະແດງໃຫ້ເຫັນວ່າ: ເສດຖະກິດສອງຝ່າຍມີລັກສະນະຊ່ວຍຊູຍູ້ໜູນກັນຢ່າງແຂງແຮງ.