ປະເທດອາຊີຕາເວັນອອກສຽງໃຕ້ບໍ່ຍອມຮັບຍຸດທະສາດທີ່ “ຝືນຕໍ່ຂະບວນໂລກາພິວັດ” ຂອງອາເມຣິກາ

2022-07-14 11:52:37 cri

ຫຼັງຈາກສົງຄາມໂລກຄັ້ງທີ 2 ສິ້ນສຸດລົງແລ້ວ, ອາເມຣິກາໄດ້ເລີ່ມສ້າງ “ລະບຽບການໂລກພາຍໃຕ້ການຄຸ້ມຄອງຂອງອາເມຣິກາ”(Pax America) ເພື່ອສະແຫວງຫາຖານະການປົກຄອງແບບມະຫາກຳອຳນາດໃນທົ່ວໂລກ, ສ່ວນປະເທດອາຊີຕາເວັນອອກສຽງໃຕ້ກໍຢູ່ໃນ “ລະບຽບການ” ດັ່ງກ່າວ.

ໃນຫຼາຍປີມໍ່ໆມານີ້, ພາກພື້ນອາຊີຕາເວັນອອກສຽງໃຕ້ໄດ້ພັດທະນາຢ່າງວ່ອງໄວ. ປັດຈຸບັນ, ພາກພື້ນນີ້ໄດ້ກາຍເປັນໜຶ່ງໃນບັນດາພາກພື້ນທີ່ເສດຖະກິດມີຄວາມຊີວິດຊີວາທີ່ສຸດໃນໂລກ. ເນື່ອງຈາກວ່າພາກພື້ນອາຊີຕາເວັນອອກສຽງໃຕ້ມີບົດບາດໃນເວທີສາກົນນັບມື້ນັບຫຼາຍຂຶ້ນ, ສະນັ້ນ, ໃນປິ 2012, ອາເມຣິກາຈຶ່ງໄດ້ສະເໜີຍຸດທະສາດ “ກັບຄືນສູ່ພາກພື້ນອາຊີປາຊີຟິກ” ໂດຍຫວັງວ່າຈະເພີ່ມທະວີອິດທິພົນຂອງຕົນຢູ່ພາກພື້ນອາຊີຕາເວັນອອກສຽງໃຕ້ ແລະສະກັດກັ້ນການພັດທະນາຂອງຈີນ ໂດຍຜ່ານການສ້າງພັນທະມິດອາເມຣິກາ-ອາຊີຕາເວັນອອກສຽງໃຕ້ ເພື່ອເປັນວົງປິດລ້ອມປະເທດຈີນ.

ມາຮອດປັດຈຸບັນ, ອາເມຣິກາສະເໜີຍຸດທະສາດ “ກັບຄືນສູ່ພາກພື້ນອາຊີປາຊີຟິກ” ໄດ້ 10 ປີແລ້ວ, ແຕ່ອາເມຣິກາບໍ່ໄດ້ຮັບໝາກຜົນຫຍັງເລີຍ. ຍິ່ງໄປກວ່ານັ້ນ, ການຮັກສາອິດທິພົນທີ່ມີຢູ່ໃນປະຫວັດສາດຂອງຕົນ ກໍໄດ້ກາຍເປັນເລື່ອງຍາກ.

ຄັນຊັ້ນ, ເປັນຫຍັງ “ຄວາມພະຍາຍາມ” ຂອງອາເມຣິກາ ຈຶ່ງບໍ່ປະສົບຜົນສຳເລັດທີ່ຕົນຢາກໄດ້?

ເມື່ອຫວນຄືນປະຫວັດສາດການພັດທະນາຂອງພາກພື້ນອາຊີຕາເວັນອອກສຽງໃຕ້ໃນຫຼາຍສິບປີທີ່ຜ່ານມາແລ້ວ, ພວກເຮົາສາມາດສັງເກດເຫັນວ່າ: ການພັດທະນາຂອງອາຊີຕາເວັນອອກສຽງໃຕ້ ແມ່ນຕັດແຍກອອກຈາກການແລກປ່ຽນກັບໂລກບໍ່ໄດ້. ໃນຖານະເປັນ “ທາງສີ່ແຍກ” ທີ່ເຊື່ອມຕໍ່ລະຫວ່າງທະວີບອາຊີ ກັບທະວີບໂອເຊອານີ ແລະເຊື່ອມຕໍ່ລະຫວ່າງມະຫາສະໝຸດປາຊີຟິກ ກັບມະຫາສະໝຸດອິນເດຍ, ອາຊີຕາເວັນອອກສຽງໃຕ້ໄດ້ຮັບການພັດທະນາຢ່າງວ່ອງໄວໃນການເຊື່ອມໂຍງເຂົ້າກັບຂະບວນໂລກາພິວັດ ໂດຍຜ່ານການແລກປ່ຽນ ແລະການຮ່ວມມືກັບປະເທດຕ່າງໆໃນໂລກ. ສະນັ້ນ, ຈຶ່ງສາມາດເວົ້າໄດ້ວ່າ: ຄວາມຈະເລີນຮຸ່ງເຮືອງຂອງອາຊີຕາເວັນອອກສຽງໃຕ້ ແມ່ນຕັດແຍກອອກຈາກເສດຖະກິດໂລກາພິວັດບໍ່ໄດ້. ເວົ້າສຳລັບປະເທດອາຊີຕາເວັນອອກສຽງໃຕ້ແລ້ວ, ຂະບວນໂລກາພິວັດມີບົດບາດທີ່ສຳຄັນທີ່ສຸດໃນການຊຸກຍູ້ການພັດທະນາ ແລະຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນປະເທດອາຊີຕາເວັນອອກສຽງໃຕ້ໃຫ້ສູງຂຶ້ນ.

ສ່ວນໃນຂະບວນການພັດທະນາຂອງພາກພື້ນອາຊີຕາເວັນອອກສຽງໃຕ້ ແລະການຮ່ວມມືດ້ານເສດຖະກິດການຄ້າລະຫວ່າງພາກພື້ນອາຊີຕາເວັນອອກສຽງໃຕ້ ກັບຈີນ ຍິ່ງໄດ້ເສີມຂະຫຍາຍບົດບາດທີ່ທົດແທນບໍ່ໄດ້. ຂໍ້ມູນສະຖິຕິທີ່ກ່ຽວຂ້ອງສະແດງໃຫ້ເຫັນວ່າ: ນັບແຕ່ປີ 2013 ຫາປີ 2021, ພາຍໃຕ້ຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ”, ຍອດມູນຄ່າການລົງທຶນ ແລະໂຄງການກໍ່ສ້າງຕ່າງໆຂອງຈີນຢູ່ປະເທດອາຊີຕາເວັນອອກສຽງໃຕ້ ໄດ້ບັນລຸເຖິງ 197,8 ຕື້ໂດລາສະຫະລັດ.

ທາດແທ້ຂອງຍຸດທະສາດ “ກັບຄືນສູ່ພາກພື້ນອາຊີປາຊີຟິກ” ຂອງອາເມຣິກາ ກໍຄືຂະຫຍາຍອິດທິພົນຂອງອາເມຣິກາໃຫ້ກວ້າງອອກ ເພື່ອຮັກສາຖານະທີ່ເປັນປະເທດມະຫາອຳນາດຂອງຕົນ. ສະນັ້ນ, ອາເມຣິກາຕ້ອງໃຫ້ພາກພື້ນອາຊີຕາເວັນອອກສຽງໃຕ້ແຍກກັນກັບຈີນ ແລະພາກພື້ນອື່ນໆ ເພື່ອຕົກເປັນລູກໝາກເສິກຂອງອາເມຣິກາ. ທີ່ຈິງແລ້ວ, ຍຸດທະສາດດັ່ງກ່າວຂອງອາເມຣິກາ ເປັນຍຸດທະສາດການເມືອງພູມສາດທີ່ “ຝືນຕໍ່ຂະບວນໂລກາພິວັດ” ເຊິ່ງມີຜົນຮ້າຍຫຼາຍຢ່າງ ແຕ່ບໍ່ມີຜົນດີຈັກຢ່າງຕໍ່ການພັດທະນາຂອງພາກພື້ນອາຊີຕາເວັນອອກສຽງໃຕ້. ຍິ່ງໄປກວ່ານັ້ນ ຍັງຈະເປັນອຸປະສັກຕໍ່ການພັດທະນາຂອງພາກພື້ນອາຊີຕາເວັນອອກສຽງໃຕ້ໂດຍພື້ນຖານ.

ມູນຄວາມຈິງໄດ້ພິສູດໃຫ້ເຫັນແລ້ວວ່າ: ຍຸດທະສາດທີ່ “ຝືນຕໍ່ຂະບວນໂລກາພິວັດ” ຂອງອາເມຣິກາ ບໍ່ພຽງແຕ່ບໍ່ສາມາດບັນລຸເປົ້າໝາຍຍຸດທະສາດຂອງອາເມຣິກາເທົ່ານັ້ນ, ຍັງຈະກາຍເປັນອຸປະສັກຕໍ່ການຂະຫຍາຍສາຍພົວພັນລະຫວ່າງອາເມຣິກາກັບພາກພື້ນອາຊີຕາເວັນອອກສຽງໃຕ້ອີກດ້ວຍ. ສະນັ້ນ, ຍຸດທະສາດນີ້ຈະບໍ່ສາມາດໄດ້ຮັບການຍອມຮັບຈາກປະເທດອາຊີຕາເວັນອອກສຽງໃຕ້ຢ່າງແນ່ນອນ.