ເຂື່ອນໄຟຟ້ານ້ຳອູລາວທີ່ລົງທຶນໂດຍວິສາຫະກິດຈີນສາມາດຜະລິດໄຟຟ້າໄດ້ເຖິງ 10 ຕື້ກິໂລວັດໂມງ

2022-07-14 14:21:46 CRI


ວັນທີ 13 ກໍລະກົດ 2022ນີ້, ໃນກິດຈະກຳ “ວັນຕ້ອນຮັບມວນຊົນ” ຄັ້ງທຳອິດທີ່ຈັດຂຶ້ນຢູ່ຫຼວງພະບາງ, ບໍລິສັດໄຟຟ້ານ້ຳອູຈຳກັດຂອງກຸ່ມບໍລິສັດພາວເວີໄຊນາໃຫ້ຮູ້ວ່າ, ນັບມາຮອດເວລາ 6 ໂມງຂອງວັນທີ 12 ກໍລະກົດ 2022 ນີ້, ເຂື່ອນໄຟຟ້າຕາມລຳນ້ຳອູທີ່ກຸ່ມບໍລິສັດພາວເວີໄຊນາລົງທຶນສ້າງຢູ່ລາວສາມາດຜະລິດໄຟຟ້າໄດ້ເຖິງ 10 ຕື້ກິໂລວັດໂມງ, ເຊິ່ງໄດ້ສະໜອງພະລັງງານໄຟຟ້າສະອາດ ແລະບໍ່ເຫືອດແຫ້ງໃຫ້ແກ່ການພັດທະນາເສດຖະກິດສັງຄົມຂອງປະເທດລາວ.

 

ໂຄງການເຂື່ອນໄຟຟ້ານ້ຳອູຕັ້ງຢູ່ແຂວງຫຼວງພະບາງ ແລະ ແຂວງຜົ້ງສາລີທາງພາກເໜືອຂອງລາວ, ເຊິ່ງລວມທັງມີເຂື່ອນໄຟຟ້າ 7 ແຫ່ງ, ມີກຳລັງຕິດຕັ້ງເຄື່ອງຈັກໄຟຟ້າທັງໝົດ 1.272.000 ກິໂລວັດ, ໃນທ້າຍເດືອນກັນຍາປີ 2021 ເຂື່ອນໄຟຟ້າຕາມລຳນ້ຳອູໄດ້ເລີ່ມຜະລິດໄຟຟ້າທັງໝົດ.


 

ຕາມສະຖິຕິ, ເຂື່ອນໄຟຟ້າທີ່ກຸ່ມບໍລິສັດພາວເວີໄຊນາລົງທຶນສ້າງຢູ່ປະເທດລາວສາມາດຮັບປະກັນການສະໜອງໄຟຟ້າກວມ 12% ຂຶ້ນໄປໃນທົ່ວປະເທດລາວ, ປະລິມານການຜະລິດໄຟຟ້າໃນລະດູແລ້ງກວມເອົາ 30% ຂອງປະລິມານການຊົມໃຊ້ໄຟຟ້າໃນທົ່ວປະເທດ. ເຊິ່ງເຂື່ອນໄຟຟ້າເຫຼົ່ານີ້ໄດ້ໃຫ້ການຮັບປະກັນດ້ານພະລັງໄຟຟ້າແກ່ການເຄື່ອນໄຫວຂອງເສັ້ນທາງລົດໄຟ ຈີນ-ລາວ ແລະ ການພັດທະນາເສດຖະກິດສັງຄົມຂອງທ້ອງຖິ່ນ.

 

ມື້ດຽວກັນ, ສະມາຄົມວິສາຫະກິດຜະລິດໄຟຟ້າຈີນຢູ່ສປປ ລາວກໍໄດ້ເປີດປ້າຍສ້າງຕັ້ງຂຶ້ນຢູ່ສູນຄຸ້ມຄອງເຂື່ອນໄຟຟ້ານ້ຳອູ.

 

ສະມາຄົມວິສາຫະກິດໄຟຟ້າຈີນໄດ້ມີການຈົດທະບຽນບໍລິສັດທັງໝົດ 13 ແຫ່ງ ແລະມີເຂື່ອນໄຟຟ້າທັງຫມົດ 18 ເຂື່ອນ, ມີກຳລັງຕິດຕັ້ງລວມທັງໝົດ 2.256 ເມກາວັດ ກວມເອົາ 49,7% ຂອງກຳລັງຕິດຕັ້ງໃນລະບົບໄຟຟ້າລາວ.