ຈີນຊ່ວຍເຫຼືອອຸປະກອນການແພດຕ້ານພະຍາດໂຄວິດ-19ໃຫ້ແກ່ລາວມູນຄ່າຫຼາຍກວ່າ 4,1 ລ້ານຢວນ

2022-07-14 11:28:43 cri



ວັນທີ 12 ກໍລະກົດນີ້, ພິທີມອບ-ຮັບໂຄງການກັນ ພະຍາດໂຄວິດ-19ແລະອຸປະກອນການແພດຕ້ານພະຍາດໂຄວິດ-19ທີ່ມີມູນຄ່າ 4.108.700 ຢວນທີ່ກະຊວງການຕ່າງປະເທດຈີນຊ່ວຍເຫຼືຶອແຂວງຫຼວງນ້ຳທາ ສປປ ລາວໄດ້ຈັດຂຶ້ນຢູ່ດ່ານບໍ່ຫານກິ່ງແຂວງສິບສອງພັ່ນນາແຂວງຢູນນານ ສປ ຈີນ, ການຊ່ວຍເຫຼືອໃນຄັ້ງນີ້ປະກອບມີ: ສະຖາທີ່ອະເຊື້ອລົດຂົນສົ່ງສິນຄ້າທີ່ດ່ານບໍ່ເຕນພ້ອມດ້ວຍອຸປະກອນການແພດຕ້ານພະຍາດເຊັ່ນ: ເຄື່ອງຜະລິດອົກຊີແຊນທາງການແພດ, ຊຸດກັນພະຍາດ, ຜ້າປິດປາກ ແລະອື່ນໆ.



ທ່ານນາງ ມະນີລາ ສົມບັນດິດ ກົງສຸນໃຫຍ່ສປປລາວປະຈຳ ນະຄອນຄຸນມິງແຂວງຢູນນານສປຈີນກ່າວວ່າ: ນັບແຕ່ຕົ້ນປີນີ້ມາ, ຢູ່ສປປລາວໄດ້ເກີດ ການແຜ່ລະບາດຂອງພະຍາດໂຄວິດ-19ຮອບໃໝ່, ການຊ່ວຍເຫຼືອຈາກຝ່າຍຈີນ ໃຫ້ແກ່ຝ່າຍລາວໃນຄັ້ງນີ້ໄດ້ສະແດງໃຫ້ເຫັນຄວາມມີຊີວິດຊີວາກ່ຽວກັບຈິດໃຈຄູ່ ຮ່ວມຊາຕາກຳສອງຝ່າຍທີ່ຮ່ວມກັນຜ່ານຜ່າຄວາມຫຍຸ້ງຍາກແລະຮ່ວມທຸກຮ່ວມ ສຸກນຳກັນ. ພາຍຫຼັງເຄື່ອງຊ່ວຍເຫຼືຶອຂົນສົ່ງເຖິງລາວແລ້ວ, ຍ່ອມຈະປະກອບ ສ່ວນອັນສຳຄັນເຂົ້າໃນການກັນພະຍາດໂຄວິດ-19ຂອງລາວ.



 ໃນພິທີມອບ-ຮັບດັ່ງກ່າວ,ທ່ານຫວາງເຫວີຍ ຮອງຫົວໜ້າຫ້ອງການ ວຽກງານຕ່າງປະເທດຂອງອົງການປົກຄອງແຂວງຢູນນານສປຈີນໄດ້ກ່າວຢືນຢັນວ່າ, ຫວັງວ່າ ສອງຝ່າຍຈະນຳໃຊ້ໂອກາດທີ່ດີອັນໃໝ່ຈາກການເປີດ ນຳໃຊ້ເສັ້ນທາງລົດໄຟຈີນ-ລາວ ແລະ ສັນຍາຄູ່ຮ່ວມເສດຖະກິດຮອບດ້ານໃນ ພາກພື້ນຫຼື RCEP ເກີດມີຜົນບັງຄັບໃຊ້ນັ້ນ ເພື່ອສ້າງເງື່ອນໄຂທີ່ສະດວກກວ່າເກົ່າ ໃຫ້ແກ່ການລົງເລິກການຮ່ວມມືຕົວຈິງ, ປະສານງານການກັນແລະຄວບຄຸມ ພະຍາດກັບການຮັບປະກັນການຂົນສົ່ງສິນຄ້າຢ່າງໂລ່ງລຽນ.