ຈີນໄດ້ຮັບຄວາມຄືບໜ້າອັນພົ້ນເດັ່ນໃນຫຼາຍເປົ້າໝາຍການພັດທະນາແບບຍືນຍົງ

2022-07-14 16:16:43 CRI


ວັນທີ 13 ກໍລະກົດນີ້, ໃນກອງປະຊຸມລະດັບລັດຖະມົນຕີຂອງເວທີປຶກສາຫາລືການເມືອງລະດັບສູງກ່ຽວກັບການພັດທະນາແບບຍືນຍົງຂອງສະຫະປະຊາຊາດ, ທ່ານຫວງຣຸ້ນຊິ່ວ ລັດຖະມົນຕີກະຊວງສິ່ງແວດລ້ອມນິເວດຈີນກ່າວວ່າ, ຈີນ ໄດ້ຮັບຄວາມຄືບໜ້າອັນພົ້ນເດັ່ນໃນຫຼາຍເປົ້າໝາຍການພັດທະນາແບບຍືນຍົງ.


ທ່ານຫວງຣຸ້ນຊິ່ວກ່າວຕື່ມວ່າ, ຈີນເປັນປະເທດພວມພັດທະນາໃຫຍ່ທີ່ສຸດຢູ່ໃນໂລກ, ແລະກໍແມ່ນຜູ້ຈັດຕັ້ງປະຕິບັດວາລະການພັດທະນາແບບຍືນຍົງຮອດປີ 2030 ຂອງອົງການສະຫະປະຊາຊາດຢ່າງຕັ້ງໜ້າ, ໄດ້ຮັບຄວາມຄືບໜ້າອັນພົ້ນເດັ່ນໃນຫຼາຍເປົ້າໝາຍການພັດທະນາແບບຍືນຍົງ, ເຊັ່ນ: ລຶບລ້າງຄວາມທຸກຍາກ, ອະນຸລັກທະເລ, ນຳໃຊ້ພະລັງງານ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ອະນຸລັກລະບົບນິເວດທາງບົກ ແລະອື່ນໆ.


ໃນກອງປະຊຸມດັ່ງກ່າວ, ທ່ານອັນໂຕນີໂອ ກູເຕີເຣັສ ເລຂາທິການໃຫຍ່ອົງການສະຫະປະຊາຊາດໄດ້ຮຽກຮ້ອງໃຫ້ປະເທດຕ່າງໆນຳໃຊ້ການເຄື່ອນໄຫວໃນທັນທີເພື່ອຟື້ນຟູຈາກຜົນກະທົບການແຜ່ລະບາດຂອງພະຍາດໂຄວິດ-19, ສະບຽງອາຫານ, ການເງິນ, ພະລັງງານ, ການລົງທຶນ, ດິນຟ້າອາກາດ ແລະອື່ນໆ, ເຮັດໃຫ້ໂລກຫຼຸດພົ້ນອອກຈາກການແຜ່ລະບາດຂອງພະຍາດໂຄວິດ-19 ແລະສືບຕໍ່ຊຸກຍູ້ການພັດທະນາແບບຍືນຍົງ.