ຄະນະກຳມະການຊີ້ນຳການຮ່ວມມືສອງຝ່າຍຈີນ-ຫວຽດນາມຈັດກອງປະຊຸມຄັ້ງທີ 14

2022-07-14 12:20:14 cri


   ວັນທີ 13 ກໍລະກົດນີ້,ກອງປະຊຸມຄັ້ງທີ 14 ຂອງຄະນະກຳມະການຊີ້ນຳການຮ່ວມມືສອງຝ່າຍຈີນ-ຫວຽດນາມໄດ້ຈັດຂຶ້ນຢູ່ນະຄອນນານນິງເຂດກວາງຊີ ສປ ຈີນ,ທ່ານຫວາງຢີ້ ທີ່ປຶກສາແຫ່ງລັດທັງເປັນລັດຖະມົນຕີກະຊວງການຕ່າງປະເທດຈີນແລະທ່ານຟາມບິງມິງ ຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານຫວຽດນາມໄດ້ຮ່ວມກັນເປັນປະທານ,ຜູ້ຮັບຜິດຊອບຂອງຫຼາຍກະຊວງຫຼືຄະນະກຳມະການທຽບເທົ່າກະຊວງແລະທ້ອງຖິ່ນຂອງສອງຝ່າຍໄດ້ເຂົ້າຮ່ວມດ້ວຍຮູບແບບອອນໄລແລະອອຟໄລ.


   ທ່ານຫວາງຢີ້ໄດ້ສະເໜີຂໍ້ສະເໜີກ່ຽວກັບການເພີ່ມທະວີການຮ່ວມມືສອງຝ່າຍ, ຄື:ໜຶ່ງ,ພົ້ນເດັ່ນລັກສະນະຊີ້ນຳ.ຖືເອົາຄວາມເຫັນທີ່ເປັນເອກະພາບກັນອັນສຳຄັນລະຫວ່າງຜູ້ນຳລະດັບສູງຂອງສອງພັກແລະສອງລັດເປັນທິດຊີ້ນຳເພື່ອຊຸກຍູ້ສາຍພົວພັນຮ່ວມມືດ້ານຍຸດທະສາດຮອບດ້ານຂອງສອງປະເທດໃຫ້ກ້າວຂຶ້ນສູ່ລະດັບໃໝ່.ສອງ,ເພີ່ມທະວີລັກສະນະຍຸດທະສາດ.ລົງເລິກການແລກ ປ່ຽນບົດຮຽນດ້ານການບໍລິຫານປະເທດ,ເພີ່ມທະວີການແລກປ່ຽນລະ ຫວ່າງອົງການນິຕິບັນຍັດແລະລະຫວ່າງພັກເພື່ອສະໜອງສິ່ງຄ້ຳປະກັນດ້ານທິດສະດີທີ່ແຂງແຮງໃຫ້ແກ່ການພັດທະນາພາລະກິດສັງຄົມນິຍົມຂອງສອງປະເທດ.ສາມ,ສະແດງອອກເຖິງຄວາມຕິດແທດຕົວຈິງ.ເສີມຂະຫຍາຍທ່າແຮງທີ່ສອງປະເທດມີີພາກພື້ນໃກ້ກັນແລະມີອຸດສາຫະກຳທີ່ຊ່ວຍຊູຍູ້ໜູນກັນ,ປົດປ່ອຍຜົນກຳໄລຂອງສັນຍາສາຍພົວພັນຄູ່ຮ່ວມມື ເສດຖະກິດຮອບດ້ານຂອງພາກພື້ນຕື່ມອີກເພື່ອຊຸກຍູ້ການຍົກສູງຄຸນນະພາບແລະການຍົກລະດັບການຮ່ວມມືດ້ານເສດຖະກິດການຄ້າຂອງສອງປະເທດ.ສີ່,ສົ່ງເສີມລັກສະນະປະດິດສ້າງໃໝ່.ເພີ່ມທະວີການຮ່ວມມືດ້ານການປ່ຽນແປງຂອງດິນຟ້າອາກາດ ການພັດທະນາຕາມທິດສີຂຽວ ພະລັງງານແສງຕາເວັນ ພະລັງງານສະອາດແລະອື່ນໆ.ຫ້າ,ຮັກສາລັກສະນະໝັ້ນທ່ຽງ.ເພີ່ມທະວີການແລກປ່ຽນດ້ານບຸກຄະລາກອນແລະວັດທະນະທຳ,ຮັດແໜ້ນພື້ນຖານຂອງມະຕິປະຊາຊົນທີ່ມີໄມຕີຈິດຂອງສອງປະເທດ.


  ທ່ານຟາມບິງມິງກ່າວວ່າ:ສາຍພົວພັນຕໍ່ຈີນແມ່ນບຸລິມະສິດອັນດັບໜຶ່ງໃນນະ ໂຍບາຍຕໍ່ຕ່າງປະເທດຂອງຫວຽດນາມ,ການມີໄມຕີຈິດຕໍ່ຈີນແມ່ນທາງເລືອກດ້ານຍຸດທະສາດຂອງຫວຽດນາມ.ຫວຽດນາມຍິນດີຖືເອົາຄວາມເຫັນທີ່ເປັນເອກະພາບກັນຂອງຜູ້ນຳຂັ້ນສູງຂອງສອງພັກສອງລັດເປັນທິດຊີ້ນຳ,ຮັກສາການແລກປ່ຽນຢ່າງຕໍ່ເນື່ອງລະຫວ່າງຜູ້ນຳຂັ້ນສູງ,ປັບປຸງຄວາມໄວ້ເນື້ອເຊື່ອໃຈກັນດ້ານຍຸດທະສາດໃຫ້ໝັ້ນຄົງ,ຊຸກຍູ້ການຮ່ວມມືໃນຂົງເຂດຕ່າງໆ.