ປະທານາທິບໍດີອີຣານກ່າວວ່າ:ການແຊກແຊງຂອງອາເມຣິກາທີ່ມີຕໍ່ພາກພື້ນຕາເວັນອອກກາງແມ່ນປັດໄຈທີ່ກໍ່ໃຫ້ເກີດວິກິດການ

2022-07-15 12:19:03 cri


   ວັນທີ 14 ກໍລະກົດນີ້,ທ່ານເຊເຢັດ ອິບບຣາຮິມ ໄຣຊີ ປະທານາທິບໍດີອີຣານໄດ້ກ່າວຄຳປາໄສໃນກິດຈະກຳຄັ້ງໜຶ່ງ.ທ່ານກ່າວວ່າ:ອີຣານເຫັນວ່າ,ອິດທິກຳລັງຕ່າງປະເທດໂດຍສະເພາະແມ່ນການແຊກແຊງຂອງອາເມຣິກາທີ່ມີຕໍ່ພາກພື້ນຕາເວັນອອກກາງແມ່ນປັດໃຈທີ່ພາໃຫ້ເກີດວິກິດການແລະຄວາມບໍ່ໝັ້ນຄົງຢູ່ພາກພື້ນ.


   ທ່ານກ່າວຕື່ມວ່າ:ໃນເວລາປະເມີນຮູບການແລະເງື່ອນໄຂດ້ານຄວາມໝັ້ນຄົງ ຂອງໂລກນັ້ນ,ອີຣານໃນເວລານີ້ແມ່ນເຂັ້ມແຂງກວ່າເວລາໃດໝົດ,ແຕ່ກຳລັງຕົວຈິງຂອງອາເມຣິກາພັດອ່ອນແອກວ່າເວລາໃດໝົດ,ນະໂຍບາຍທັງໝົດຂອງອາເມຣິກາທີ່ໃຊ້ກົດດັນຕໍ່ອີຣານລ້ວນແຕ່ຈະປະລາໄຊ.


   ນອກນີ້,ທ່ານໄຣຊີຍັງໄດ້ຕອບໂຕ້ຢ່າງເດັດດ່ຽວຕໍ່ຄຳເວົ້າຂອງທ່ານໂຈໄບເດັນ ປະທານາທິບໍດີອາເມຣິກາທີ່ແນໃສ່ອີຣານໃນຫວ່າງມໍ່ໆມານີ້.ທ່ານໄຣຊີກ່າວວ່າ: “ຂ້າພະເຈົ້າໄດ້ສົ່ງຂໍ້ຄວາມຫາອາເມຣິກາແລະປະເທດພັນທະມິດຂອງພວກເຂົາວ່າ:ອີຣານຄັດຄ້ານສະຖານະການພາກພື້ນຕົກຢູ່ໃນຄວາມບໍ່ໝັ້ນຄົງແລະວິກິດການໃດໆ,ຄວາມຜິດພາດໃດໆຂອງສັດຕູລ້ວນແຕ່ຈະປະສົບກັບການຕອບໂຕ້ທີ່ເດັດຂາດຈາກອີຣານ.”