ທ່ານສີຈິ້ນຜິງຊົມການສະແດງຂັບມະຫາກາບ “ມານາສ”

2022-07-15 10:24:52 cri



ຕອນເຊົ້າວັນທີ 13 ກໍລະກົດ2022ນີ້, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ ປະທານປະເທດ ຈີນໄດ້ເດີນທາງໄປເຖິງຫໍພິພິທະພັນເຂດປົກຄອງຕົນເອງອຸຍເກີຊິ່ນຈ່ຽງ ແລະໄດ້ ຊົມການວາງສະແດງວັດຖຸບູຮານປະຫວັດສາດຊິ່ນຈ່ຽງ, ຊົມການສະແດງ ຂັບມະຫາກາບ “ມານາສ” ເຊິ່ງເປັນມະຫາກາບກ່ຽວກັບວິລະຊົນເຜົ່າເຄີກິສ ພ້ອມທັງໄດ້ໂອ້ລົມສົນທະນາກັບຜູ້ສືບທອດມໍລະດົກວັດທະນະທຳນາມມະທຳ “ມານາສ” ຢ່າງສະໜິດສະໜົມ, ທ່ານສີຈິ້ນຜິງໄດ້ຍ້ອງຍໍວ່າ ການສະແດງຂອງ ເຂົາເຈົ້າມີຄວາມປະທັບໃຈຫຼາຍ. ທ່ານສີຈິ້ນຜິງຊີ້ໃຫ້ເຫັນວ່າ:  ອະລິຍະທຳຈີນ ມີຄວາມອຸດົມສົມບູນແລະເລິກເຊິ່ງກວ້າງຂວາງ, ມີປະຫວັດສາດອັນຍາວນານ ເຊິ່ງປະກອບດ້ວຍການໂຮມສູນວັດທະນະທຳທີ່ມີມູນເຊື້ອອັນດີງາມຂອງບັນດາ ເຜົ່າ. ມໍລະດົກວັດທະນະທຳຄືດັ່ງ “ມານາສ” ເປັນຊັບສົມບັດອັນປະເສີດ ຂອງຊົນເຜົ່າສ່ວນໜ້ອຍ ທັງເປັນຊັບສົມບັດອັນປະເສີດຂອງປະຊາຊາດຈີນ, ຕ້ອງ ປະຕິບັດວຽກງານປົກປັກຮັກສາ,ສືບທອດແລະຮຽບຮຽງໃຫ້ດີ ເພື່ອເສີມຂະ ຫຍາຍໃຫ້ມີຄວາມຈະເລີນຮຸ່ງເຮືອງຍິ່ງໆຂຶ້ນ.