ທ່ານສີຈິ້ນຜິງສຳຫຼວດກວດກາວຽກງານຢູ່ເຂດຊິນຈ່ຽງ

2022-07-15 11:11:47 cri


   ວັນທີ 13 ກໍລະກົດນີ້,ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນໄດ້ໄປສຳຫຼວດຢູ່ເຂດຊຸມຊົນກູ້ຢວນຊ້ຽງນະຄອນອູຣຸມກີ.ເຂດຊຸມຊົນກູ້ຢວນຊ້ຽງມີປະຊາກອນລວມ 4.635ຄົນ, ພົນລະເມືອງທີ່ເປັນເຜົ່າສ່ວນໜ້ອຍກວມຍອດຈຳນວນປະຊາກອນ 95,5%.



   ເຂດຊຸມຊົນກູ້ຢວນຊ້ຽງໄດ້ດຳເນີນວຽກງານບໍລິການຜູ້ເຖົ້າແລະເດັກນ້ອຍໂດຍໄດ້ສ້າງສູນເບິ່ງແຍງຜູ້ເຖົ້າໃນຍາມກາງເວັນ, ດຳເນີນກິດຈະກຳເຜີຍແຜ່ຄວາມຮູ້ດ້ານວິທະຍາສາດ,ການຂຽນງາມແລະອື່ນໆສຳລັບຊາວໜຸ່ມເຍົາວະຊົນ.



   ເຂດຊຸມຊົນກູ້ຢວນຊ້ຽງໄດ້ຖຶເອົາວຽກງານສ້າງຄວາມສາມັກຄີລະຫວ່າງຊົນເຜົ່າເປັນວຽກງານມວນຊົນໃຫຍ່ທີ່ສຸດ,ຈັດເອົາວຽກງານສ້າງຄວາມປອງດອງລະຫວ່າງຊົນເຜົ່າໄວ້ຢູ່ຖານະສຳຄັນ,ຊຸກຍູ້ຊົນເຜົ່າຕ່າງໆຢູ່ເຂດຊຸມຊົນຢູ່ຮ່ວມກັນ ຮຽນຮ່ວມກັນ  ເຮັດວຽກຮ່ວມກັນແລະມ່ວນຊື່ນຮ່ວມກັນ.