ທະນາຄານກາງຂອງຈີນແລະສິງກະໂປຕໍ່ສັນຍາແລກປ່ຽນເງິນຕາສອງຝ່າຍ

2022-07-15 14:45:52 cri



ວັນທີ 15 ກໍລະກົດນີ້, ທະນາຄານປະຊາຊົນຈີນ ເຊິ່ງເປັນທະນາຄານກາງຈີນໄດ້ຢືນຢັນວ່າ: ເມື່ອບໍ່ດົນມານີ້, ທະນາຄານປະຊາຊົນຈີນແລະອົງການຄຸ້ມຄອງການເງິນສິງກະໂປໄດ້ຕໍ່ສັນຍາແລກປ່ຽນເງິນຕາສອງຝ່າຍ ເຊິ່ງມີມູນຄ່າ 300ຕື້ຢວນກັບ 65 ຕື້ໂດລາສິງກະໂປ, ມີອາຍຸສັນຍາເປັນເວລາ 5 ປີ.

ການທີ່ຈີນແລະສິງກະໂປຕໍ່ສັນຍາແລກປ່ຽນເງິນຕາສອງຝ່າຍອີກຄັ້ງຫນຶ່ງ ນັ້ນຈະມີຜົນດີຕໍ່ການລົງເລິກການຮ່ວມມືດ້ານການເງິນລະຫວ່າງສອງປະເທດ ຕື່ມອີກ,ຊຸກຍູ້ການຄ້າແລະການລົງທຶນລະຫວ່າງສອງຝ່າຍໃຫ້ມີຄວາມສະດວກຫຼາຍ ຂຶ້ນ ແລະປົກປັກຮັກສາຄວາມຫມັ້ນຄົງຂອງຕະຫຼາດການເງິນ.