ພາກກາງປະເທດມຽນມາເກີດໄພແຜ່ນດິນໄຫວຂະໜາດ 4,8 ລິກເຕີ

2022-07-16 14:45:53 cri

ຕາມອົງການອຸທົກກະສາດ ແລະແຜ່ນດິນໄຫວແຫ່ງຊາດມຽນມາ ລາຍງານວ່າ: ໃນເວລາ 6 ໂມງ 18 ນາທີຂອງວັນທີ 16 ກໍລະກົດນີ້ຕາມເວລາທ້ອງຖິ່ນ, ຢູ່ແຂວງສະກາຍ ທີ່ພາກກາງປະເທດມຽນມາ ໄດ້ເກີດໄພແຜ່ນດິນໄຫວຂະໜາດ 4,8 ລິກເຕີ. ຈຸດໃຈກາງເກີດແຜ່ນດິນໄຫວຕັ້ງຢູ່ບ່ອນທີ່ຫ່າງຈາກສະຖານີວັດແທກແຜ່ນດິນໄຫວການບາລູໄປທິດໃຕ້ປະມານ 72 ກິໂລແມັດ ແລະຫ່າງຈາກເມືອງສະວີໂບ ໄປທາງທິດຕາເວັນຕົກປະມານ 10 ກິໂລແມັດ, ຈຸດສູນກາງແຜ່ນດິນໄຫວຢູ່ເລິກລົງໄປໃຕ້ດິນ 12 ກິໂລແມັດ. ປັດຈຸບັນ, ຍັງບໍ່ທັນມີການລາຍງານຂ່າວວ່າມີຜູ້ເສຍຊີວິດ ແລະບາດເຈັບເທື່ອ.