ນະຄອນຣິໂອ ເດີ ຈາເນໂຣ ປະເທດບຣາຊິນ ສັກວັກຊີນຕ້ານໂຄວິດ-19 ຊິນໂນແວັກຂອງຈີນໃຫ້ແກ່ເດັກນ້ອຍອາຍຸລະຫວ່າງ 3-5 ປີ

2022-07-16 14:57:17 cri

ວັນທີ 13 ກໍລະກົດນີ້, ອົງການຕິດຕາມກວດກາສາທາລະນະສຸກແຫ່ງຊາດບຣາຊິນ ໄດ້ອະນຸມັດການນຳໃຊ້ວັກຊີນຕ້ານໂຄວິດ-19 ຊິນໂນແວັກຂອງຈີນແບບສຸກເສີນໃຫ້ແກ່ເດັກນ້ອຍບຣາຊິນອາຍຸລະຫວ່າງ 3-5 ປີ. ສະນັ້ນ, ອົງການປົກຄອງນະຄອນຣິໂອ ເດີ ຈາເນໂຣ ປະເທດບຣາຊິນ ຈຶ່ງໄດ້ຕົກລົງສັກວັກຊີນຕ້ານໂຄວິດ-19 ຊິນໂນແວັກຂອງຈີນໃຫ້ແກ່ເດັກນ້ອຍອາຍຸລະຫວ່າງ 3-5 ປີຢູ່ທົ່ວນະຄອນ ນັບແຕ່ວັນທີ 15 ກໍລະກົດນີ້ເປັນຕົ້ນໄປ. ນອກນີ້, ວັກຊີນຕ້ານໂຄວິດ-19 ຊິນໂນແວັກຂອງຈີນຍັງຈະຖືກຈັດເຂົ້າໃນ “ແຜນການພູມຕ້ານທານແຫ່ງຊາດ” ສຳລັບເດັກນ້ອຍຂອງບຣາຊິນໃນອີກບໍ່ດົນຂ້າງໜ້ານີ້.