ຮອງນາຍົກກຳປູເຈຍເຫັນວ່າ ຂໍ້ລິເລີ່ມການພັດທະນາໂລກ ມີຜົນດີຕໍ່ການເພີ່ມທະວີການຮ່ວມມືສາກົນເພື່ອການພັດທະນາ

2022-07-16 13:54:46 cri



   ວັນທີ 15 ກໍລະກົດ 2022 ນີ້, ທ່ານປຣັກ ຊົກຄອນ ຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີກະຊວງການຕ່າງປະເທດ ແລະການຮ່ວມມືສາກົນກຳປູເຈຍໄດ້ໃຫ້ສຳພາດຕໍ່ນັກຂ່າວສະຖານີວິທະຍຸໂທລະພາບສູນກາງຈີນຫຼື CMG ທາງລາຍລັກອັກສອນໂດຍ ຢືນຢັນວ່າ: ຂໍ້ລິເລີ່ມການພັດທະນາໂລກທີ່ສະເໜີໂດຍທ່ານສີຈິ້ນຜິງ ປະທານປະເທດຈີນ ແມ່ນຜະລິດຕະພັນສາທາລະນະທີ່ຈີນສະໜອງໃຫ້ກັບໂລກ, ເຊິ່ງມີຜົນດີຕໍ່ການເພີ່ມທະວີການຮ່ວມມືສາກົນເພື່ອການພັດທະນາ, ເລັ່ງລັດ ຈັດຕັ້ງປະຕິບັດວາລະການພັດທະນາແບບຍືນຍົງຮອດປີ2030ຂອງອົງການສະຫະປະຊາຊາດ.

 ທ່ານປຣັກຊົກຄອນກ່າວເນັ້ນໜັກວ່າ: ແຕ່ລະປະເທດຕ່າງກໍຫວັງຢາກ ໄດ້ມີການພັດທະນາແລະການເຕີບໂຕດ້ານເສດຖະກິດ, ສະນັ້ນ, ສິ່ງທີ່ພວກເຮົາ ຕ້ອງການນັ້ນແມ່ນການຮ່ວມມື ແຕ່ບໍ່ແມ່ນການແຂ່ງຂັນແລະຄວາມແຕກແຍກ. ກຳປູເຈຍສະໜັບສະໜູນຂໍ້ລິເລີ່ມ ການພັດທະນາໂລກຢ່າງແຂງແຮງ, ພ້ອມທັງເຊື່ອໝັ້ນວ່າ ຂໍ້ລິເລີ່ມນີ້ຈະເພີ່ມຄວາມມີຊີວິດຊີວາໃຫ້ກັບຂອບການ ຮ່ວມມືທີ່ມີຢູ່ໃນປັດຈຸບັນໃຫ້ຫຼາຍຂຶ້ນຕື່ມອີກ, ໂດຍສະເພາະແມ່ນຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ແລະການສ້າງຄູ່ຮ່ວມຊາຕາກຳກຳປູເຈຍ-ຈີນ.

  ທ່ານປຣັກຊົກຄອນຍັງກ່າວເປັນພິເສດກ່ຽວກັບການຊຸກຍູ້ການຮ່ວມມືບຣິກສເຊິ່ງມີ5ປະເທດສະມາຊິກຄືບຣາຊີນ,ຣັດເຊຍ, ອິນເດຍ, ຈີນແລະອາຟຣິກກາໃຕ້ ໂດຍສະເພາະແມ່ນການຮ່ວມມືແບບ “ບຣິກສ +”. ທ່ານກ່າວຕື່ມວ່າ: ນັບຕັ້ງແຕ່ສ້າງຕັ້ງຂຶ້ນມາ, ກົນໄກບຣິກສກໍໄດ້ສຸມໃສ່ການພັດທະນາ, ການປະດິດສ້າງດ້ານວິທະຍາສາດເຕັກນິກແລະການຮ່ວມມືຕົວຈິງຢ່າງສະເໝີຕົ້ນສະເໝີປາຍ, ໄດ້ເສີມຂະຫຍາຍບົດບາດອັນສຳຄັນເຂົ້າໃນການຮັບມືກັບ ສິ່ງທ້າທາຍຈາກການແຜ່ລະບາດຂອງພະຍາດໂຄວິດ-19. ໃນຖານະເປັນ ປະເທດປະທານອາຊຽນປະຈຳປີ2022, ກຳປູເຈຍຫວັງວ່າອາຊຽນຈະຮ່ວມກັນກັບ ປະເທດສະມາຊິກບຣິກສກໍຄືປະຊາຄົມໂລກເພື່ອຮ່ວມກັນຮັບມືກັບສິ່ງທ້າທາຍ ຕ່າງໆເຊັ່ນ: ການຟື້ນຟູເສດຖະກິດ, ຄວາມໝັ້ນຄົງດ້ານສະບຽງອາຫານແລະ ພະລັງງານ ເປັນຕົ້ນ, ເພີ່ມກຳລັງແຮງຂັບເຄື່ອນອັນໃໝ່ເຂົ້າໃນການ ບັນລຸເປົ້າໝາຍຕາມວາລະການພັດທະນາແບບຍືນຍົງຮອດປີ2030ຂອງອົງການສະຫະປະຊາຊາດ.