ເສັ້ນທາງການສ້າງຄວາມຮັ່ງມີຂອງບ້ານຊິ່ນເສີງຊີ່ເມີນເຂດຊິ່ນຈ່ຽງຈີນ

2022-07-16 12:58:43 cri


ວັນທີ 14 ກໍລະກົດນີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ໄປຢ້ຽມຢາມບ້ານຊິ່ນເສີງຊີ່ເມີນທີ່ນະຄອນທູລູຟານເຂດປົກຄອງຕົນເອງອຸຍເກີຊິ່ນຈ່ຽງສປ  ຈີນ ເພື່ອໄປສຳຫຼວດກວດກາສະພາບການພັດທະນາຊົນນະບົດໃຫ້ມີຄວາມຈະເລີນຢູ່ບ້ານແຫ່ງນີ້.



ຍຸດທະສາດການພັດທະນາຊົນນະບົດໃຫ້ມີຄວາມຈະເລີນ ແມ່ນຍຸດທະສາດທີ່ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນໄດ້ສະເໜີອອກໃນບົດລາຍງານຂອງກອງປະຊຸມໃຫຍ່ຄັ້ງທີ 19 ຂອງພັກກອມມູນິດຈີນເມື່ອວັນທີ 18 ຕຸລາປີ 2017. ທ່ານສີຈິ້ນຜິງເຄີຍເນັ້ນໜັກມາຫຼາຍເທື່ອແລ້ວວ່າ: ການພັດທະນາຊົນນະບົດໃຫ້ຈະເລີນ, ຂໍກຸນແຈທີ່ສຳຄັນແມ່ນຕ້ອງຄັດເລືອກອຸດສາຫະກຳທີ່ສາມາດສ້າງຄວາມຮັ່ງມີໃຫ້ກັບປະຊາຊົນຕາມສະພາບຕົວຈິງຂອງທ້ອງຖິ່ນ.ເຂດຊົນເຜົ່າຕ້ອງກຳນົດຈຸດຈັດຕັ້ງປະຕິບັດແລະສຸມກຳລັງໃຫ້ຖືກຕ້ອງເພື່ອບັນລຸການພັດທະນາດ້ວຍຄຸນນະພາບສູງແລະສົ່ງເສີມຄວາມຮັ່ງມີຮ່ວມກັນ.



ບ້ານຊິ່ນເສີງຊີ່ເມີນແມ່ນບ້ານໂຕແບບທີ່ໄດ້ພັດທະນາໂດຍອີງໃສ່ຊັບພະຍາກອນທີ່ມີເອກະລັກພິເສດຂອງທ້ອງຖິ່ນ ແລະຍຶດໝັ້ນການພັດທະນາກະສິກຳໃຫ້ມີຄວາມຈະເລີນດ້ວຍວິທະຍາສາດເຕັກນິກ. ປັດຈຸບັນ, ໃນບ້ານແຫ່ງນີ້ມີປະຊາຊົນ 550 ຄອບຄົວ ລວມທັງຫມົດ 3.790 ຄົນ, ໃນນັ້ນຄົນເຜົ່າອຸຍເກີ ມີ 3.702 ຄົນ. ຄຽງຄູ່ກັບການເປີດບໍລິການຂອງທາງດ່ວນ ແລະວິສາຫະກິດຈໍລະຈອນສິນຄ້າໄດ້ເຕົ້າໂຮມຢູ່ແຫ່ງທີ່ນີ້, ປະລິມານການຈຳໜ່າຍໝາກລະແຊັງສົດຂອງເຂດທູລູຟານໄດ້ເພີ່ມສູງຂຶ້ນທຸກປີ. ບ້ານຊິ່ນເສີງຊີ່ເມີນໄດ້ຫັນ ເນື້ອທີ່ດິນປູກຝັງທີ່ມີຢູ່ໃນປັດຈຸບັນ 85% ມາປູກໝາກລະແຊັງ, ດຶງດູດວິສາຫະກິດມາພັດທະນາການປຸງແຕ່ງໝາກໄມ້ຕ່າງໆເຊັ່ນ: ໝາກລະແຊັງແຫ້ງ, ໝາກແຄນຕາລຸບແຫ້ງ, ໝາກກະທັນ, ໝາກສະໝອງລີງແລະອື່ນໆ, ຄວາມສາມາດດ້ານການຜະລິດແມ່ນບັນລຸເຖິງ 3.000ໂຕນຕໍ່ປີ. ນອກນີ້, ໃນບ້ານຍັງໄດ້ສ້າງໃຫ້ມີເຂດນິຄົມອຸດສາຫະກຳທີ່ສາມາດຜະລິດ ເຂົ້າຈີ່ມຸສລິມປະມານ 100.000 ອັນຕໍ່ມື້, ຟາມລ້ຽງນົກກາງແກ ແລະຮ້ານອາຫານນົກກາງແກທີ່ມີເອກະລັກພິເສດ ເຊິ່ງສາມາດເຮັດໃຫ້ຊາວບ້ານມີວຽກເຮັດງານທຳແລະມີລາຍຮັບເພີ່ມຂຶ້ນໄດ້ຢູ່ໃກ້ເຮືອນຂອງຕົນ, ໄດ້ສ້າງເສັ້ນທາງການສ້າງຄວາມຮັ່ງມີດ້ວຍການກະທຳຕົວຈິງ.



ເປົ້າໝາຍຂອງຍຸດທະສາດພັດທະນາຊົນນະບົດໃຫ້ມີຄວາມຈະເລີນ ແມ່ນໃຫ້ກະສິກຳພັດທະນາເປັນອຸດສາຫະກຳທີ່ມີອະນາຄົດທີ່ດີ, ເຮັດໃຫ້ຊາວກະສິກອນກາຍເປັນອາຊີບທີ່ມີຄວາມດຶງດູດ ແລະໃຫ້ຊົນນະບົດກາຍເປັນບ້ານເມືອງສວຍງາມທີ່ຢູ່ເຢັນເປັນສຸກ.

ໂດຍມຸ່ງຫນ້າສູ່ເປົ້າໝາຍດັ່ງກ່າວນີ້, ບ້ານຊິ່ນເສີງຊີ່ເມີນ ບໍ່ພຽງແຕ່ໄດ້ສ້າງຕ່ອງໂສ້ອຸດສາຫະກຳທີ່ສ້າງຄວາມຮັ່ງມີໄດ້ເທົ່ານັ້ນ, ຍັງໄດ້ສ້າງສະໜາມຫຼວງຮົງສືລິວທີ່ເຊື່ອມໂຍງການພັກຜ່ອນຢ່ອນອາລົມແລະການບັນເທີງເຂົ້າກັນ, ໄດ້ສ້າງສະຖານີບຳບັດນ້ຳເປື້ອນເພື່ອແກ້ໄຂບັນຫານ້ຳເປື້ອນຈາກຫ້ອງນ້ຳ, ໄດ້ປຸກເຮືອນນະໂຍບາຍ 330 ຊຸດໃຫ້ກັບປະຊາຊົນ. ປັດຈຸບັນນີ້, ບ້ານແຫ່ງນີ້ໄດ້ກາຍເປັນບ້ານໃໝ່ ເໝືອນດັ່ງຊື່ບ້ານທີ່ວ່າ: ບ້ານຊິ່ນເສີງ ເຊິ່ງໃນພາສາຈີນໝາຍເຖິງບ້ານໃໝ່ນັ້ນເອງ.