ຣັດເຊຍປະກາດວ່າ ຫ້າມບໍ່ໃຫ້ສະມາຊິກສະພາຕ່ຳຍີ່ປຸ່ນ 384 ຄົນເຂົ້າປະເທດຣັດເຊຍ

2022-07-17 15:26:58 CRI

ວັນທີ 15 ກໍລະກົດນີ້, ກະຊວງການຕ່າງປະເທດຣັດເຊຍໄດ້ອອກຖະແຫຼງການວ່າ, ຣັດເຊຍຕົກລົງລົງໂທດຕໍ່ສະມາຊິກສະພາຕ່ຳຍີ່ປຸ່ນ 384 ຄົນ ໂດຍຫ້າມບໍ່ໃຫ້ສະມາຊິກສະພາດັ່ງກ່າວເຂົ້າປະເທດຣັດເຊຍ.

ຖະແຫຼງການລະບຸວ່າ, ຍ້ອນວ່າລັດຖະບານຍີ່ປຸ່ນໄດ້ປະຕິບັດການລົງໂທດຕໍ່ຜູ້ແທນຫຼາຍທ່ານໃນສະພາດູມາແຫ່ງຊາດຣັດເຊຍໃນເດືອນເມສາປີນີ້, ກະຊວງການຕ່າງປະເທດຣັດເຊຍຕົກລົງຫ້າມບໍ່ໃຫ້ສະມາຊິກສະພາຕ່ຳຍີ່ປຸ່ນ 384 ຄົນເຂົ້າປະເທດຣັດເຊຍແຕ່ວັນທີ 14 ກໍລະກົດນີ້ເປັນຕົ້ນໄປ. ພາຍໃຕ້ສະພາບການທີ່ຣັດເຊຍດຳເນີນການປະຕິບັດການທາງການທະຫານພິເສດ, ສະມາຊິກສະພາຕ່ຳຍີ່ປຸ່ນເຫຼົ່ານີ້ໄດ້ມີຈຸດຢືນຕ້ານຣັດເຊຍທີ່ບໍ່ເປັນມິດ ແລະ ໄດ້ກ່າວຫາຣັດເຊຍແບບໄຮ້ຫຼັກອ້າງອີງ.