ກະຊວງການຕ່າງປະເທດອີຣານກ່າວປະນາມເຈົ້າໜ້າທີ່ແລະບຸກຄົນອາເມຣິກາທີ່ສະໜັບສະໜູນກຸ່ມກໍ່ການຮ້າຍແລະປັບປຸງໃໝ່ບັນຊີລາຍຊື່ລົງໂທດທີ່ກ່ຽວຂ້ອງ

2022-07-17 15:26:39 cri


ວັນທີ 16 ກໍລະກົດ 2022 ຕາມເວລາທ້ອງຖິ່ນ, ກະຊວງການຕ່າງປະເທດອີຣານໄດ້ອອກຖະແຫຼງການ, ເພື່ອກ່າວປະນາມເຈົ້າໜ້າທີ່ແລະບຸກຄົນອາເມຣິກາທີ່ສະໜັບສະໜູນກຸ່ມກໍ່ການຮ້າຍ, ພ້ອມທັງໄດ້ປັບປຸງໃໝ່ບັນຊີລາຍຊື່ລົງໂທດທີ່ກ່ຽວຂ້ອງ. ຖະແຫຼງການລະບຸວ່າ, ກະຊວງການຕ່າງປະເທດອີຣານໄດ້ອອກບັນຊີລາຍຊື່ເຈົ້າໜ້າທີ່ແລະບຸກຄົນອາເມຣິກາທີ່ຕັ້ງໃຈສະໜັບສະໜູນແລະຊ່ວຍໂຄສະນາ “Mojahedin Khalq Organization” ເຊິ່ງເປັນກຸ່ມກໍ່ການຮ້າຍໂດຍອີງຕາມການກະທຳລ່ວງລະເມີດສິດທິມະນຸດແລະການກະທຳແບບລັດທິກໍ່ການຮ້າຍຂອງອາເມຣິກາຢູ່ອີຣານ.

ດ້ວຍເຫດນີ້, ອີຣານໄດ້ປັບປຸງໃໝ່ບັນຊີລາຍຊື່ລົງໂທດ, ແລະຮຽກຮ້ອງໃຫ້ປະເທດທັງໝົດປະຕິບັດມາດຕະການທີ່ເໝາະສົມຕໍ່ບຸກຄົນໃນບັນຊີລາຍຊື່ສະບັບດັ່ງກ່າວ. ຕາມຂ່າວແຈ້ງວ່າ, ບັນຊີລາຍຊື່ສະບັບນີ້ລວມທັງທ່ານໄມເຄີ ພົມແພວ ອະດີດລັດຖະມົນຕີກະຊວງການຕ່າງປະເທດອາເມຣິກາ, ທ່ານຣູດີ ຈຸລິອານີ ສະມາຊິກພັກຣີພັບປຣີກັນອາເມຣິກາ, ທ່ານໂຈ ລິເບີມັນ ນັກການເມືອງອາເມຣິກາແລະອື່ນໆລວມທັງໝົດ 61 ຄົນ.