ທະຫານອາເມຣິກາລັກລອບຂົນສົ່ງນ້ຳມັນເຊື້ອໄຟຂອງຊີຣີເປັນຄັ້ງທີ 3 ໃນເດືອນນີ້

2022-07-17 15:27:19 cri


ຂ່າວສານຊີຣີລາຍງານໃນວັນທີ 16 ກໍລະກົດ 2022 ວ່າ: ທະຫານອາເມຣິກາທີ່ປະຈຳການຢູ່ແຂວງ ອານຮາຊາຄັັກ ທີ່ພາກຕາເວັນອອກສຽງເໜືອຂອງຊີຣີແບບຜິດກົດໝາຍນັ້ນ, ໄດ້ນຳໃຊ້ລົດບັນທຸກນ້ຳມັນແລະພາຫະນະອື່ນໆທັງໝົດ 40 ຄັນ, ຂົນສົ່ງນ້ຳມັນເຊື້ອໄຟທີ່ລັກເອົາຈາກຊີຣີແລະອາວຸດຈຳນວນໜຶ່ງໄປພາກເໜືອອີຣັກໂດຍຜ່ານຊົນນະບົດຂອງແຂວງ ອານຮາຊາຄັກ ຂອງຊີຣີ. ນີ້ແມ່ນເຫດການລັກລອບຄັ້ງທີ 3 ທີ່ເກີດຂຶ້ນໃນເດືອນນີ້.

ກ່ອນໜ້ານີ້, ລັດຖະບານຊີຣີໄດ້ກ່າວປະນາມຫຼາຍເທື່ອຕໍ່ທະຫານອາເມຣິກາແລະກຳລັງປະກອບອາວຸດທີ່ສະໜັບສະໜູນຈາກອາເມຣິການັ້ນໄດ້ຄວບຄຸມຊັບພະຍາກອນນ້ຳມັນເຊື້ອໄຟປະມານ 90% ຂອງພາກຕາເວັນອອກສຽງເໜືອຊີຣີ, ພ້ອມທັງໄດ້ລັກເອົານ້ຳມັນເຊື້ອໄຟແລະສະບຽງອາຫານຂອງຊີຣີ.