ສອງກອງທັບຈີນແລະລາວຈະຈັດການຝຶກຊ້ອມຮ່ວມກ່ຽວກັບການຊ່ວຍເຫຼືອທາງການແພດດ້ານມະນຸດສະທຳ ກໍຄືກິດຈະກຳການບໍລິການທາງການແພດ “ຂະບວນລົດໄຟສັນຕິພາບ 2022”

2022-07-17 15:28:35 CRI

ກອງທັບປົດປ່ອຍປະຊາຊົນຈີນຈະສົ່ງໜ່ວຍແພດເສນາຮັກແລະໜ່ວຍພະລາທິການ 149 ຄົນໄປເຖິງປະເທດລາວ ແຕ່ວັນທີ 19 ຫາ 29 ກໍລະກົດນີ້ ເພື່ອຮ່ວມກັບກອງທັບປະຊາຊົນລາວ ຈັດການຝຶກຊ້ອມຮ່ວມກ່ຽວກັບການຊ່ວຍເຫຼືອທາງການແພດດ້ານມະນຸດສະທຳ ກໍຄືກິດຈະກຳການບໍລິການທາງການແພດ “ຂະບວນລົດໄຟສັນຕິພາບ 2022” ເຊິ່ງແມ່ນໜ່ວຍແພດ “ຂະບວນລົດໄຟສັນຕິພາບ” ຂອງກອງທັບປົດປ່ອຍປະຊາຊົນຈີນໄປບໍລິການຢູ່ປະເທດລາວເປັນຄັ້ງທີ 4.

ການຝຶກຊ້ອມຮ່ວມກ່ຽວກັບການຊ່ວຍເຫຼືອທາງການແພດດ້ານມະນຸດສະທຳລະຫວ່າງສອງກອງທັບຈີນແລະລາວຄັ້ງນີ້ມີຫົວຂໍ້ວ່າ “ການຊ່ວຍເຫຼືອທາງການແພດດ້ານມະນຸດສະທຳເພື່ອກູ້ໄພພິບັດລົມໄຕ້ຟຸ່ນ”. ພາຍຫຼັງການຝຶກຊ້ອມນີ້ສິ້ນສຸດລົງແລ້ວ, ໜ່ວຍແພດ “ຂະບວນລົດໄຟສັນຕິພາບ” ຍັງຈະໃຫ້ການບໍລິການດ້ານການແພດເປັນເວລາ 2 ວັນຢູ່ໂຮງໝໍ 103.

ຕາມຂ່າວແຈ້ງວ່າ, ກິດຈະກຳຄັ້ງນີ້ເປັນການເສີມຂະຫຍາຍແລະສືບຕໍ່ເນື່ອງຈາກໜ້າທີ່ “ຂະບວນລົດໄຟສັນຕິພາບ” ປີ 2017 ແລະ ປີ 2019.