ອິນໂດເນເຊຍແລະບໍລິສັດຜະລິດຢາຊີວະພາບຊີໂນແວັກຈີນຮ່ວມມືກັນພັດທະນາວັກຊີນຕ້ານພະຍາດໂຄວິດ-19 mRNA

2022-07-17 12:43:33 cri

ເມື່ອບໍ່ດົນມານີ້, ທ່ານນາງ ຊີຕີ ນາເດຍ ຕາມີຊີ ໂຄສົກກະຊວງ ສາທາລະນະສຸກອິນໂດເນເຊຍໄດ້ເປີດເຜີຍໃຫ້ຮູ້ວ່າ: ປະເທດຕົນກຳລັງ ຮ່ວມມືກັບບໍລິສັດຜະລິດຢາຊີວະພາບຊີໂນແວັກ ເຊິ່ງເປັນບໍລິສັດຜະລິດວັກຊີນ ຂອງຈີນເພື່ອຮ່ວມກັນພັດທະນາວັກຊີນ ຕ້ານພະຍາດໂຄວິດ-19 ຄື mRNA.

ທ່ານນາງທາມີຊີໃຫ້ຮູ້ວ່າ: ມາຮອດປັດຈຸບັນ, ຈີນໄດ້ສົ່ງອອກວັກຊີນ ຕ້ານໂຄວິດ-19 ປະເພດ ຊີໂນແວັກແລະຊີໂນຟາມທັງໝົດ 16 ຊຸດໄປຂາຍຢູ່ອິນໂດເນເຊຍ, ໃນນີ້, ວັກຊີນສຳເລັດຮູບມີ 6.400.000 ຫຼອດ, ວັກຊີນເຄິ່ງສຳເລັດຮູບ 115.500.000 ຫຼອດ. ທ່ານນາງໃຫ້ຮູ້ຕື່ມວ່າ: ໃນຕໍ່ໜ້າ, ການຮ່ວມມືລະຫວ່າງອິນໂດເນ ເຊຍກັບບໍລິສັດຜະລິດຢາ ຊີວະພາບຊີໂນແວັກຈະສຸມໃສ່ພັດທະນາວັກຊີນ ແລະວັກຊີນຊະນິດເຊື້ອຕາຍ ທີ່ໃຊ້ເຕັກນິກ mRNA

 

ກ່ອນໜ້ານີ້,ອົງການອະນາໄມໂລກໄດ້ກຳນົດໃຫ້ອິນໂດເນເຊຍເປັນສູນກາງຜະລິດວັກຊີນຕ້ານໂຄວິດ-19ຂອງອາຊີຕາເວັນອອກສຽງໃຕ້. ບໍລິສັດPT Bio Farma ເຊິ່ງເປັນລັດວິສາຫະກິດຜະລິດຢາຂອງອິນໂດເນເຊຍກໍໄດ້ຮັບການຄັດເລືອກ ໃຫ້ເປັນບໍລິສັດທີ່ຮັບເອົາເຕັກນິກຜະລິດວັກຊີນ mRNA.