ພາກຕາເວັນອອກອິນໂດເນເຊຍເກີດເຫດການຫຼອນໂຈມຕີ ສົ່ງຜົນເຮັດໃຫ້ມີປະຊາຊົນເສຍຊີວິດ 10 ຄົນ

2022-07-17 15:27:49 CRI

ເຈົ້າໜ້າທີ່ຕຳຫຼວດອິນໂດເນເຊຍແຈ້ງຂ່າວໃນວັນທີ 16 ກໍລະກົດນີ້ວ່າ, ຕອນເຊົ້າມື້ດຽວກັນ, ຜູ້ປະກອບອາວຸດຂອງທ້ອງຖິ່ນໄດ້ກໍ່ການຫຼອນໂຈມຕີຕໍ່ປະຊາຊົນຢູ່ເມືອງແອນດູກາແຂວງປາປົວ ທາງພາກຕາເວັນອອກຂອງອິນໂດເນເຊຍ, ໄດ້ເຮັດໃຫ້ມີຜູ້ເສຍຊີວິດ 10 ຄົນແລ້ວ.

    ໂຄສົກຕຳຫຼວດແຂວງປາປົວໃຫ້ສຳພາດຕໍ່ນັກຂ່າວວ່າ, ຜູ້ປະກອບອາວຸດໄດ້ຍິງປະຊາຊົນທ້ອງຖິ່ນຢູ່ 4 ຈຸດຂອງແຂວງດັ່ງກ່າວ. ໃນນັ້ນ, ຢູ່ຈຸດໜຶ່ງ, ມີຜູ້ປະກອບອາວຸດ 20 ຄົນໄດ້ລັດຍິງລົດໃຫຍ່ຄັນໜຶ່ງທີ່ໄດ້ບັນທຸກປະຊາຊົນ.

ໂຄສົກທ່ານນີ້ກ່າວຕື່ມວ່າ, ການຫຼອນໂຈມຕີໄດ້ເຮັດໃຫ້ປະຊາຊົນເສຍຊີວິດ 10 ຄົນ ແລະ 2 ຄົນບາດເຈັບ. ປັດຈຸບັນ, ເຈົ້າໜ້າທີທະຫານແລະຕຳຫຼວດທ້ອງຖິ່ນພວມໄລ່ຈັບຜູ້ປະກອບອາວຸດເຫຼົ່ານີ້.

ປັດຈຸບັນ, ເຈົ້າໜ້າທີ່ຕຳຫຼວດຍັງບໍ່ສາມາດຮັບຮູ້ຖານະລະອຽດ ແລະ ຈຸດປະສົງຂອງການຫຼອນໂຈມຕີຂອງຜູ້ປະກອບອາວຸດເຫຼົ່ານີ້.