ກອງປະຊຸມລັດຖະມົນຕີການເງິນ G20 ສິ້ນສຸດລົງ, ແຕ່ບໍ່ໄດ້ບັນລຸຖະແຫຼງການຮ່ວມ

2022-07-17 15:25:56 cri

ວັນທີ 15 ຫາວັນທີ 16 ກໍລະກົດ 2022, ກອງປະຊຸມລັດຖະມົນຕີການເງິນແລະຜູ້ວ່າການທະນາຄານກາງຂອງກຸ່ມ 20 ປະເທດຫຼື G20 ຄັ້ງທີ 3 ໃນປີ 2022 ໄດ້ຈັດຂຶ້ນຢູ່ເກາະບາຫຼີປະເທດອິນໂດເນເຊຍດ້ວຍຮູບແບບເຊິ່ງໜ້າແລະອອນລາຍ. ກອງປະຊຸມຕົ້ນຕໍໄດ້ປຶກສາຫາລືບັນຫາສະພາບະການເສດຖະກິດຂອງໂລກ, ສາທາລະນະສຸກສາກົນ, ໂຄງສ້າງດ້ານການເງິນສາກົນ, ການເງິນແບບຍືນຍົງ, ການປະຕິຮູບຂະແໜງການການເງິນ, ການລົງທຶນດ້ານພື້ນຖານໂຄງລ່າງ, ລາຍຮັບພາສີສາກົນແລະອື່ນໆ.

ຝ່າຍຕ່າງໆສະໜັບສະໜູນສືບຕໍ່ໃຫ້ການຊ່ວຍເຫຼືອຕໍ່ປະເທດທີ່ມີລາຍຮັບຕ່ຳເພື່ອຮັບມືກັບຜົນກະທົບດ້ານເສດຖະກິດ; ຝ່າຍຕ່າງໆເຫັນດີສືບຕໍ່ປັບປຸງໂຄງສ້າງດ້ານການເງິນສາກົນໃຫ້ສົມບູນກວ່າເກົ່າ. ກອງປະຊຸມໄດ້ຢືນຢັນຄວາມໝາຍສຳຄັນຂອງການຫັນປ່ຽນຮູບການພັດທະນາການເງິນ, ຝ່າຍຕ່າງໆທີ່ຮ່ວມປະຊຸມເຫັນວ່າຄວນຍົກສູງຄວາມສາມາດຕ້ານທານຄວາມສ່ຽງຂອງລະບົບການເງິນທົ່ວໂລກຕື່ມອີກ.

ເຈົ້າໜ້າທີ່ທີ່ເຂົ້າຮ່ວມກອງປະຊຸມໃຫ້ຮູ້ວ່າ, ກອງປະຊຸມຄັ້ງນີ້ຈະບໍ່ອອກຖະແຫຼງການຮ່ວມ. ປະເທດອິນໂດເນເຊຍເຊິ່ງເປັນປະເທດເຈົ້າພາບຈະອອກຖະແຫຼງການສະບັບໜຶ່ງເພື່ອເຂົ້າແທນຖະແຫຼງການຮ່ວມ.