ຈາວາຕາເວັນອອກອິນໂດເນເຊຍເກີດແຜ່ນດິນໄຫວຄວາມແຮງ 5,5 ລິກເຕີ

2022-07-18 13:55:49 CRI


     ອີງຕາມຂໍ້ມູນຈາກກົມອຸຕຸນິຍົມ ດິນຟ້າອາກາດແລະຟີຊິກໜ່ວຍໂລກຂອງອິນໂດເນເຊຍລາຍງານໃຫ້ຮູ້ວ່າ: ເວລາ 16 ໂມງ 13 ນາທີຂອງວັນທີ 17 ກໍລະກົດນີ້ຕາມເວລາທ້ອງຖິ່ນ, ຢູ່ບໍລິເວນຈາກເຂດປາຊິຕັນຂອງຈາວາຕາເວັນອອກອິນໂດເນເຊຍໄປທາງທິດຕາເວັນຕົກສຽງໃຕ້ 111 ກິໂລແມັດໄດ້ເກີດແຜ່ນດິນໄຫວຄວາມແຮງ 5,5 ລິກເຕີ. ຈຸດເກີດແຜ່ນດິນໄຫວເລິກລົງໄປໃຕ້ດິນ 10 ກິໂລແມັດ. ສະຖານທີ່ລະອຽດຢູ່ເສັ້ນຂະໜານໃຕ້ 9,14 ອົງສາ, ເສັ້ນແວງຕາເວັນອອກ 110,83 ອົງສາ. ແຜ່ນດິນໄຫວຄັ້ງນີ້ບໍ່ໄດ້ພາໃຫ້ເກີດຄື້ນຊຶນະມິ.