ອາຈານສອນຂອງຈີນຊຸດທຳອິດເດີນທາງໄປສອນຢູ່ໂຮງຮຽນຈີນປະຈຳກຳປູເຈຍ

2022-07-18 14:43:28 CRI

 

ຕາມຂ່າວCRI:ອາຈານສອນຂອງຈີນຊຸດທຳອິດທີ່ໄປສອນຢູ່ໂຮງຮຽນຈີນປະຈຳກຳປູເຈຍເຊິ່ງເປັນໂຮງຮຽນສາກົນທີ່ມີລັກສະນະພິເສດຂອງຈີນແຫ່ງທຳອິດຢູ່ຕ່າງປະເທດໄດ້ເດີນທາງອອກຈາກນະຄອນຊຽງໄຮ້ໃນວັນທີ 17 ກໍລະກົດນີ້, ເພື່ອໄປສອນຢູ່ກຳປູເຈຍ.

 

ອີງຕາມຂໍ້ມູນຈາກເວັບໄຊຂອງກະຊວງສຶກສາຈີນສະແດງໃຫ້ເຫັນວ່າ: ໂດຍໄດ້ຮັບການອະນຸມັດຈາກກະຊວງສຶກສາກຳປູເຈຍ,  ໂຮງຮຽນຈີນປະຈຳ ກຳປູເຈຍໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 3 ສິງຫາປີ 2021 ຜ່ານມາ ຢູ່ນະຄອນຫຼວງພະນົມເປັນໂດຍມີການປະກອບທຶນຂອງວິສາຫະກິດທຶນຈີນຢູ່ກຳປູເຈຍແລະສະມາຄົມຊາວຈີນແລະຈີນຕ່າງດ້າວທ້ອງຖິ່ນ, ແມ່ນໂຮງຮຽນສາກົນ ທີ່ມີລະບົບການສຶກສາ K12 ເຊິ່ງເປັນຫຼັກສູດການສຶກສາຂັ້ນພື້ນຖານດ້ວຍພາສາຈີນແຫ່ງທຳອິດ.

 

ໃນເດືອນຕຸລາປີ 2021 ຜ່ານມາ,  ໂຮງຮຽນຈີນປະຈຳກຳປູເຈຍ ກັບໂຮງຮຽນມັດທະຍົມທີ່ຂຶ້ນກັບມະຫາວິທະຍາໄລຟູດານໄດ້ເຊັນສັນຍາການຮ່ວມມືຢູ່ນະຄອນຊຽງໄຮ້,ກາຍເປັນໂຮງຮຽນທີ່ມີການແລກປ່ຽນຢ່າງເປັນທາງການລະຫວ່າຈີນ-ກຳປູເຈຍ.