ຈັດກອງປະຊຸມເວທີປຶກສາຫາລືການຮ່ວມມືຈີນ-ລາວຢູ່ນະຄອນເສິນຢາງ

2022-07-18 21:02:57 CRI

     ວັນທີ 18 ກໍລະກົດນີ້, ກອງປະຊຸມເວທີປຶກສາຫາລືການຮ່ວມມືຈີນ-ລາວໄດ້ຈັດຂຶ້ນຢູ່ນະຄອນເສິນຢາງ ແຂວງລຽວນີງຈີນຜ່ານທາງອອນລາຍແລະອອຟລາຍ.


     ແຂວງລຽວນີງທັງຕິດກັບທະເລທັງຕິດກັບຊາຍແດນຈີນ- ສປປ ເກົາຫຼີ, ເປັນແຂວງໜຶ່ງທີ່ເຊື່ອມຕໍ່ຈີນກັບອາຊີຕາເວັນອອກສຽງເໜືອ. ໃນເດືອນເມສາປີ 2022 ນີ້, ເສັ້ນທາງລົດໄຟນະຄອນເສິນຢາງຂອງຈີນ-ນະຄອນຫຼວງວຽງຈັນຂອງລາວໄດ້ເປີດບໍລິການຢ່າງເປັນທາງການ ເຊິ່ງໄດ້ເຮັດໃຫ້ການຮ່ວມມືດ້ານເສດຖະກິດການຄ້າແລະການລົງທຶນລະຫວ່າງນະຄອນເສິນຢາງກັບນະຄອນຫຼວງວຽງຈັນກ້າວເຂົ້າສູ່ໄລຍະໃໝ່.



     ທ່ານສຸຍນີງນີງ ປະທານບໍລິຫານງານສະພາການຄ້າຈີນ-ອາຊຽນ ທັງເປັນປະທານຄະນະກຳມະການການຮ່ວມມືດ້ານການຜະລິດຂອງອາເຊັບ ຫຼື RCEP ໄດ້ກ່າວຄຳປາໄສໂດຍມີຂໍ້ສະເໜີ 3 ຂໍ້ກ່ຽວກັບການເພີ່ມທະວີການຮ່ວມມືດ້ານເສດຖະກິດລະຫວ່າງຈີນ-ລາວ ເຊັ່ນ: ໜຶ່ງ, ແມ່ນພະຍາຍາມຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳຈີນ-ລາວ; ສອງ, ແມ່ນພະຍາຍາມຍົກສູງລະດັບຊ່ວຍຊູຍູ້ໜູນກັນດ້ານເສດຖະກິດການຄ້າລະຫວ່າງສອງປະເທດ; ສາມ, ແມ່ນພະຍາຍາມຊຸກຍູ້ແລະລະດົມໃຫ້ຫຼາຍຝ່າຍເຂົ້າຮ່ວມການຮ່ວມມື.



     ທ່ານພາງປາວກົວ ປະທານສະມາຄົມສົ່ງເສີມການຄ້າແຂວງລຽວນີງ ທັງເປັນປະທານສະພາການຄ້າສາກົນແຂວງລຽວນີງຈີນຫວັງໃຫ້ສະມາຄົມສົ່ງເສີມການຄ້າແຂວງລຽວນີງຮ່ວມກັນກັບວົງການອຸດສາຫະກຳການຄ້າຂອງລາວ, ເສີມຂະຫຍາຍບົດບາດຂົວຕໍ່ໃນການຊຸກຍູ້ການຂະຫຍາຍເສດຖະກິດການຄ້າລະຫວ່າງສອງຝ່າຍ ແລະຍົກລະດັບການຫັນເປັນແບບສະດວກດ້ານການຄ້າແລະການລົງທຶນໃຫ້ສູງຂຶ້ນ, ພ້ອມກັນນັ້ນ, ຊຸກຍູ້ໃຫ້ສອງຝ່າຍນຳໃຊ້ເວທີການລົງທຶນຢູ່ລຽວນີງທີ່ຈັດຕັ້ງປະຕິບັດໂດຍສະມາຄົມສົ່ງເສີມການຄ້າແຂວງລຽວນີງ ດຳເນີນການຮ່ວມມືຢ່າງຕິດແທດຕົວຈິງ, ເພີ່ມພະລັງແຮງໃໝ່ເຂົ້າໃນການຮ່ວມມືດ້ານເສດຖະກິດການຄ້າລະຫວ່າງຈີນ-ລາວ.


     ໃນກອງປະຊຸມເວທີປຶກສາຫາລືຄັ້ງນີ້, ຝ່າຍທີ່ຮ່ວມປະຊຸມຍັງໄດ້ເຊັນບົດບັນທຶກຊ່ວຍຈຳວ່າດ້ວຍການສ້າງການພົວພັນຄູ່ຮ່ວມມືຍຸດທະສາດຫຼາຍສະບັບ.