ສີລັງກາສືບຕໍ່ປະຕິບັດພາວະສຸກເສີນຢູ່ໃນຂອບເຂດທົ່ວປະເທດ

2022-07-18 16:31:08 cri

      ວັນທີ 17 ກໍລະກົດນີ້, ລັດຖະບານສີລັງກາໄດ້ອອກປະກາດແຈ້ງການ ໂດຍມີເນື້ອໃນວ່າ: ປະເທດຕົນຈະສືບຕໍ່ປະຕິບັດພາວະສຸກເສີນຢູ່ໃນຂອບເຂດທົ່ວປະເທດ.

      ແຈ້ງການລະບຸວ່າ: ການປະຕິບັດພາວະສຸກເສີນແມ່ນເພື່ອຄວາມປອດໄພດ້ານສາທາລະນະ,ປ້ອງກັນຄວາມເປັນລະບຽບຮຽບຮ້ອຍທາງດ້ານສາທາລະນະ,ຮັກສາການບໍລິການແລະຕອບສະໜອງຄວາມຕ້ອງການທີ່ຈຳເປັນໃນຊີວິດການເປັນຢູ່ທາງສັງຄົມ. ອີງຕາມກົດໝາຍວ່າດ້ວຍຄວາມປອດໄພດ້ານສາທາລະນະຂອງສີລັງກາໄດ້ກຳນົດໄວ້ວ່າ:ພາຍໃຕ້ສະພາບທີ່ປະຕິບັດພາວະສຸກເສີນສາທາລະນະ, ປະທານາທິບໍດີມີສິດອອກດຳລັດປະກາດພາວະສຸກເສີນໂດຍມີເນື້ອໃນກ່ຽຂ້ອງເຖິງການກັກຂັງຜູ້ຄົນ,ກວດຄົ້ນຫາເຄຫາສະຖານ,ຮັບແລະຄຸ້ມຄອງຊັບສິນເປັນຕົ້ນ.