ງານວາງສະແດງສິນຄ້າຈີນ-ອາຊຽນທາງອອນລາຍໄດ້ເພີ່ມພະລັງຊີວິດໃໝ່ໃຫ້ແກ່ການພັດທະນາເສດຖະກິດການຄ້າລະຫວ່າງຈີນກັບອາຊຽນ

2022-07-18 16:26:53 cri

ວັນທີ 6 ຫາວັນທີ 9 ກໍລະກົດ 2022, ງານວາງສະແດງສິນຄ້າຈີນ-ອາຊຽນອອນລາຍໄດ້ຈັດບຸນໝາກຖົ່ວລຽນໃນງານວາງສະແດງສິນຄ້າຈີນ-ອາຊຽນ 2022, ວິສາຫະກິດຈີນແລະຕ່າງປະເທດ 64 ແຫ່ງໄດ້ເຂົ້າຮ່ວມງານວາງສະແດງຄັ້ງນີ້ໂດຍຜ່ານທາງອອນລາຍ. ງານໂຄສະນາການຊື້ຂາຍໝາກຖົ່ວລຽນທີ່ຈັດຂຶ້ນໃນໄລຍະດຽວກັນກໍມີວິສາຫະກິດ 410 ແຫ່ງເຂົ້າຮ່ວມ. ໂດຍຜ່ານການຈັດວາງຢ່າງຖືກຕ້ອງຕາມເປົ້າໝາຍ, ວິສາຫະກິດຫຼາຍແຫ່ງມີຄວາມຕັດສິນໃຈຮ່ວມມືກັນ. ງານວາງສະແດງສິນຄ້າຈີນ-ອາຊຽນທາງອອນລາຍໄດ້ເພີ່ມພະລັງຊີວິດໃໝ່ໃຫ້ແກ່ການພັດທະນາເສດຖະກິດການຄ້າລະຫວ່າງຈີນກັບອາຊຽນທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19.

ນັບແຕ່ຕົ້ນປີນີ້ເປັນຕົ້ນມາ, ງານວາງສະແດງສິນຄ້າຈີນ-ອາຊຽນທາງອອນລາຍໄດ້ຈັດການເຄື່ອນໄຫວຫຼາຍຄັ້ງ.

ວັນທີ 25 ເມສາປີນີ້, ງານວາງສະແດງສິນຄ້າຈີນ-ອາຊຽນທາງອອນລາຍຈັດງານແລກປ່ຽນດ້ານການຄ້າເອເລັກໂຕຣນິກຂ້າມຊາດທາງວິດີໂອໂດຍອີງຕາມຄວາມຕ້ອງການຂອງວິສາຫະກິດຕ່າງໆ, ເຊິ່ງໄດ້ດຶງດູດນັກທຸລະກິດຈີນແລະຕ່າງປະເທດປະມານ 1.500 ຄົນເຂົ້າຮ່ວມທາງອອນລາຍ, ໄດ້ເສີມຂະຫຍາຍບົດບາດຊຸກຍູ້ອັນຕັ້ງໜ້າກ່ຽວກັບຜະລິດຕະພັນຂອງວິສາຫະກິດປະເທດອາຊຽນເຂົ້າຕະຫຼາດຈີນດ້ວຍຮູບການການຄ້າເອເລັກໂຕຣນິດຂ້າມຊາດ.

ເດືອນເມສາປີນີ້, ງານວາງສະແດງສິນຄ້າຈີນ-ອາຊຽນໄດ້ຈັດງານໂຄສະນາເຂດສວນອຸດສາຫະກຳແຫ່ງຊາດກຳປູເຈຍທາງອອນລາຍ. ຜູ້ຕາງໜ້າກຳປູເຈຍໄດ້ອະທິບາຍສະພາບການລົງທຶນແລະນະໂຍບາຍດຶງດູດການລົງທຶນຫຼ້າສຸດຂອງກຳປູເຈຍຕໍ່ວິສາຫະກິດທີ່ເຂົ້າຮ່ວມງານໂຄສະນາ, ໄດ້ຍົກສູງຄວາມປາດຖະໜາຂອງວິສາຫະກິດຈີນທີ່ໄປລົງທຶນຢູ່ກຳປູເຈຍ, ຊຸກຍູ້ໃຫ້ການຊື້ຂາຍສິນຄ້າແລະບໍລິການລະຫວ່າງຈີນກັບກຳປູເຈຍພາຍໃຕ້ສັນຍາການຄ້າເສລີຈີນ-ກຳປູເຈຍເປີດກວ້າງຕື່ມອີກ.

ວັນທີ 25 ພຶດສະພາປີນີ້, ຜູ້ຕາງໜ້າຂອງວິສາຫະກິດຕ່າງໆປະມານ 500 ຄົນໄດ້ເຂົ້າຮ່ວມງານໂຄສະນາເຂດສວນອຸດສາຫະກຳອິນໂດເນເຊຍທີ່ຈັດຂຶ້ນໂດຍງານວາງສະແດງສິນຄ້າຈີນ-ອາຊຽນທາງອອນລາຍ, ໄດ້ເພີ່ມຄວາມເຂົ້າໃຈຕໍ່ສະພາບແວດລ້ອມການລົງທຶນຂອງອິນໂດເນເຊຍ, ຜູ້ຕາງໜ້າເຫຼົ່ານີ້ໄດ້ສະແດງຄວາມສົນໃຈຕໍ່ທ່າແຮງການຮ່ວມມືຂອງເຂດຮ່ວມມືເສດຖະກິດການຄ້າຈີນ-ອິນໂດເນເຊຍແລະເຂດສວນອຸດສາຫະກຳອິນໂດເນເຊຍແລະອື່ນໆ.

ວັນທີ 28 ມິຖຸນາປີນີ້, ງານໂຄສະນາເຂດສວນອຸດສາຫະກຳໄທກໍໄດ້ຈັດຂຶ້ນໂດຍຜ່ານງານວາງສະແດງສິນຄ້າຈີນ-ອາຊຽນທາງອອນລາຍຢ່າງສຳເລັດຜົນ. ການອະທິບາຍຂອງຄະນະກຳມະການຊຸກຍູ້ການລົງທຶນໄທແລະຜູ້ຕາງໜ້າຂອງເຂດສວນອຸດສາຫະກຳໄທຫຼາຍແຫ່ງ, ວິສາຫະກິດຕ່າງໆໄດ້ຮູ້ຈັກມາດຕະການບູລິມະສິດຫຼ້າສຸດທີ່ໄປລົງທຶນຢູ່ປະເທດໄທ.

ຕາມຂ່າວແຈ້ງວ່າ, ງານວາງສະແດງສິນຄ້າຈີນ-ອາຊຽນຄັ້ງທີ 19 ທີ່ຈະຈັດຂຶ້ນຢູ່ນະຄອນນານນິງເຂດກວາງຊີ ສປ ຈີນລະຫວ່າງວັນທີ 16 ຫາ 19 ກັນຍາປີນີ້, ກໍຈະຈັດຂຶ້ນໂດຍຜ່ານທາງອອນລາຍແລະອົອຟລາຍພ້ອມກັນ. ບັນດາປະເທດສະມາຊິກອາຊຽນໄດ້ຜ່ານຜ່າຄວາມຫຍຸ້ງຍາດຍ້ອນການແຜ່ລະບາດຂອງພະຍາດໂຄວິດ-19 ແລະຕັ້ງໜ້າຊຸກຍູ້ວຽກງານເຂົ້າຮ່ວມງານວາງສະແດງ, ຫວຽດນາມໄດ້ສະເໜີຈະເໝົາຫ້ອງວາງສະແດງແລະຈະຈັດໃຫ້ມີຮ້ານວາງສະແດງທາງໄກຢູ່ໃນຫ້ອງວາງສະແດງດັ່ງກ່າວ, ປະເທດລາວແລະມຽນມາກໍມີຄວາມຕ້ອງການເພີ່ມຂຶ້ນຕໍ່ຮ້ານວາງສະແດງເຊັ່ນກັນ.

ນອກນີ້, ງານວາງສະແດງສິນຄ້າຈີນ-ອາຊຽນທາງອອນລາຍວາງແຜນຈະຈັດງານໂຄສະນາເຂດສວນອຸດສາຫະກຳປະເທດອາຊຽນໃນທຸກເດືອນຕາມລຳດັບ, ເພື່ອໃຫ້ການບໍລິການແລະການສະໜັບສະໜູນກິດຈະກຳເສດຖະກິດການຄ້າລະຫວ່າງຈີນກັບອາຊຽນ, ສືບຕໍ່ສ້າງ “ຫ້ອງຮັບແຂກທາງອອນລາຍ” ດ້ານການຮ່ວມມືເສດຖະກິດການຄ້າລະຫວ່າງຈີນກັບອາຊຽນຕະຫຼອດການ.

ນັບມາຮອດປັດຈຸບັນ, ງານວາງສະແດງສິນຄ້າຈີນ-ອາຊຽນໄດ້ຈັດຂຶ້ນ 18 ຄັ້ງແລ້ວ, ແລະມີຜົນສຳເລັດຢ່າງຈົບງາມ, ທັງໄດ້ຊຸກຍູ້ແລະເປັນພິຍານຂອງເນື້ອໃນການພົວພັນຄູ່ຮ່ວມມືຍຸດທະສາດຈີນ-ອາຊຽນສົມບຸນຂຶ້ນແລະລະດັບການຮ່ວມມືເສດຖະກິດການຄ້າໄດ້ຖືກຍົກສູງຂຶ້ນຢ່າງວ່ອງໄວ, ພ້ອມທັງໄດ້ເສີມຂະຫຍາຍບົດບາດສຳຄັນໃນດ້ານການກໍ່ສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”. ຄຽງຄູ່ກັບງານວາງສະແດງສິນຄ້າຈີນ-ອາຊຽນຈັດຂຶ້ນຢ່າງຕໍ່ເນື່ອງ, ຈະເພີ່ມພະລັງຊີວິດໃໝ່ໃຫ້ແກ່ການພັດທະນາເສດຖະກິດການຄ້າລະຫວ່າງຈີນກັບອາຊຽນ, ຊຸກຍູ້ໃຫ້ການກໍ່ສ້າງເຂດການຄ້າເສລີຈີນ-ອາຊຽນເລັ່ງລັດກ້າວໄປສູ່ລະດັບ 3.0.