ທ່ານຫວາງຢີ້ໂອ້ລົມກັບລັດຖະມົນຕີກະຊວງການຕ່າງປະເທດຮົງກາຣີຜ່ານທາງໂທລະສັບ

2022-07-18 15:15:13 CRI

ຕາມຂ່າວCRI: ວັນທີ 17 ກໍລະກົດນີ້, ທ່ານຫວາງຢີ້, ທີ່ປຶກສາແຫ່ງ ລັດທັງເປັນລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ໂອ້ລົມກັບທ່ານປີເຕີຊີຈາໂຕ,ລັດຖະມົນຕີກະຊວງການຕ່າງປະເທດຮົງກາຣີຜ່ານທາງໂທລະສັບຕາມການນັດໝາຍ.

 

ທ່ານປີເຕີຊີຈາໂໄດ້ເວົ້າເຖິງສະຖານະການຢູ່ເອີຣົບແລະຮົງກາຣີໃນປັດຈຸບັນນີ້,ໂດຍສະເພາະແມ່ນບັນຫາທ້າທາຍດ້ານເສດຖະກິດແລະການເງິນທີ່ຮົງກາລີພວມປະເຊີນໜ້າຍ້ອນໄດ້ຮັບຜົນສະທ້ອນຈາກວິກິດການລະຫວ່າງຣັດເຊຍ-ອູແກຣນ, ທ່ານກ່າວຕື່ມວ່າ: ຮົງກາຣີມີຄວາມຍິນດີຕໍ່ຜົນສຳເລັດທີ່ໄດ້ຮັບຈາກການຮ່ວມມືໃນແຕ່ລະຂົງເຂດລະຫວ່າງຮົງກາຣີ-ຈີນ,ໂດຍສະເພາະແມ່ນການຮ່ວມມືດ້ານເສດຖະກິດການຄ້າແລະການລົງທຶນໄດ້ຮັບຄວາມຄືບໜ້າຢ່າງສະດວກ, ຍິນດີຮັກສາການໄປມາຫາສູ່ກັນຂັ້ນສູງກັບຝ່າຍຈີນ,ຊຸກຍູ້ໃຫ້ການພົວພັນຄູ່ຍຸດທະສາດຮອບດ້ານລະຫວ່າງຮົງກາຣີ-ຈີນກ້າວຂຶ້ນສູ່ລະດັບໃໝ່ຢ່າງບໍ່ຢຸດຢັ້ງ.

 

ທ່ານຫວາງຢີ້ກ່າວວ່າ,ວິກິດການຣັດເຊຍ-ອູແກຣນບໍ່ພຽງແຕ່ເຮັດໃຫ້ເອີຣົບໄດ້ຮັບຜົນກະທົບຢ່າງໜັກໜ່ວງເທົ່ານັ້ນ, ຍັງກາຍເປັນຜົນກະທົບທາງລົບທີ່ກະທົບກະເທືອນໄປທົ່ວໂລກ. ຝ່າຍຕ່າງໆຄວນປຶກສາຫາລືກ່ຽວກັບການບັນລຸສັນຕິພາບແລະຄວາມໝັ້ນຄົງຖາວອນ.

 

ທ່ານຫວາງຢີ້ກ່າວຕື່ມວ່າ,ຈີນຈະສືບຕໍ່ປະຕິບັດຕາມນະໂຍບາຍທີ່ມີໄມຕີຈິດຕໍ່ຮົງກາຣີຢ່າງໝັ້ນໜຽວບໍ່ປ່ຽນແປງ,ສະໜັບສະໜູນໃຫ້ວິສາຫະກິດຈີນໄປລົງທຶນແລະດຳເນີນທຸລະກິດຢູ່ຮົງກາຣີ.ເຊື່ອໝັ້ນວ່າຮົງກາຣີຈະສືບຕໍ່ຍຶດຖືຫຼັກໝັ້ນຢ່າງພາວະວິໄສແລະຍຸຕິທຳ, ຊຸກຍູ້ໃຫ້ສະຫະພາບເອີຣົບປະຕິບັດຕາມນະໂຍບາຍຕໍ່ຈີນຢ່າງຕັ້ງໜ້າແລະຕິດແທດຕົວຈິງ.

 

ທ່ານປີເຕີ ຊີຈາໂຕກ່າວວ່າ,ຈີນບໍ່ເຄີຍເປັນຄູ່ແຂ່ງຂັນຂອງເອີຣົບຈັກເທື່ອ, ມີແຕ່ເປັນຄູ່ຮ່ວມມືທີ່ດີເຮັດໃຫ້ມີໂອກາດການຮ່ວມມືຫຼາຍຂຶ້ນ. ຮົງກາຣີຈະສືບຕໍ່ພະຍາຍາມ ຊຸກຍູ້ການຮ່ວມມືລະຫວ່າງເອີຣົບ-ຈີນບົນຫຼັກການມີຄວາມເຄົາລົບເຊິ່ງກັນແລະກັນ,ຍຸຕິທຳແລະມີຜົນປະໂຫຍດຮ່ວມກັນ.