ອາເມຣິກາເພີ່ມການເກັບພາສີນຳຈີນ ໃນທີ່ສຸດຈະທຳລາຍຜົນປະໂຫຍດຂອງອາເມຣິກາເອງ

2022-07-19 15:35:06 cri

ໃນຫວ່າງມໍ່ໆມານີ້, ສື່ມວນຊົນຕ່າງໆຂອງອາເມຣິກາໄດ້ລາຍງານວ່າ: ທ່ານໂຈ ໄບເດັນ ປະທານາທິບໍດີອາເມຣິກາ ຈະຍົກເລີກການເພີ່ມພາສີ ຕໍ່ສິນຄ່າເຄື່ອງໃຊ້ປະຈຳວັນທີ່ມີມູນຄ່າ 10 ຕື້ໂດລາສະຫະລັດ ທີ່ຈີນສົ່ງອອກໄປອາເມຣິກາໃນໄວໆນີ້. ແຕ່ພ້ອມກັນນັ້ນ, ຈະສືບຕໍ່ສວຍໃຊ້ “ມາດຕາທີ 301” ເພື່ອດຳເນີນການໂຈມຕີຮອບໃໝ່ຕໍ່ສິນຄ້າຖ່ານໄຟຟ້າ, ທາດໄຕ່ໂດດຂອງຈີນ.

ໃນປີ 2018, ລັດຖະບານໂດໂນ ທຣຳໄດ້ປະຕິບັດມາດຕະການເພີ່ມການເກັບພາສີຕໍ່ສິນຄ້າຂອງຈີນຢ່າງຮຸນແຮງ ໂດຍອ້າງອີງໃສ່ອັນທີ່ເອີ້ນວ່າ “ມາດຕາທີ 301” . ແຕ່ມາຮອດປັດຈຸບັນ, 4 ປີໄດ້ຜ່ານໄປແລ້ວ, ສົງຄາມການຄ້າທີ່ລັດຖະບານອາເມຣິກາກໍ່ຂຶ້ນມານັ້ນ ບໍ່ພຽງແຕ່ບໍ່ສາມາດກີດຂວາງການພັດທະນາຂອງເສດຖະກິດຈີນໄດ້ເທົ່ານັ້ນ, ໃນທີ່ສຸດພັດໄດ້ທຳລາຍຜົນປະໂຫຍດຂອງອາເມຣິກາເອງອີກດ້ວຍ. ຕາມຂ່າວລາຍງານວ່າ: ໃນປີ 2021, ມູນຄ່າການສົ່ງອອກຂອງຈີນຕໍ່ອາເມຣິກາໄດ້ເພີ່ມຂຶ້ນຢ່າງຂະໜາດໃຫຍ່ ຄື 27,5%, ຈີນໄດ້ປຽບດູນການຄ້າກັບອາເມຣິກາ ບັນລຸເຖິງ 396,5 ຕື້ໂດລາສະຫະລັດ ເຊິ່ງສູງກວ່າກ່ອນໄລຍະເກີດສົງຄາມການຄ້າ ມີມູນຄ່າເຖິງ 323,3 ຕື້ໂດລາສະຫະລັດ. ນີ້ໝາຍຄວາມວ່າ: ມາດຕະການເພີ່ມການເກັບພາສີທີ່ປະຕິບັດໂດຍອາເມຣິກາ ໃນທີ່ສຸດພັດໄດ້ທຳລາຍຜົນປະໂຫຍດຂອງຜູ້ບໍລິໂພກໃນປະເທດຕົນ.

ຢູ່ເບື້ອງຫຼັງຂອງບັນຫາເສດຖະກິດຂອງອາເມຣິກາ ແມ່ນບັນຫາສັງຄົມທີ່ຮ້າຍແຮງກວ່ານີ້. ໃນເດືອນມີນາຫາເດືອນພຶດສະພາປີ 2022 ນີ້, ດັດຊະນີຜູ້ບໍລິໂພກ ຫຼື CPI ຂອງອາເມຣິກາ ຕ່າງກໍໄດ້ບັນລຸຫຼາຍກວ່າ 8%, ຫຼາຍສຸດກໍຄືໃນເດືອນມິຖຸນາປີ 2022 ນີ້ ໄດ້ເພີ່ມຂຶ້ນຮອດ 9,1% ເຊິ່ງເປັນສະຖິຕິສູງສຸດໃນຮອບ 41 ປີທີ່ຜ່ານມາ, ແຕ່ກົງກັນຂ້າມ, ອັດຕາການສະໜັບສະໜູນທ່ານໂຈ ໄບເດັນ ສືບຕໍ່ຕົກຕ່ຳລົງ. ຕາມຜົນການຢັ່ງປະຊາມະຕິ ຈາກບໍລິສັດຢັ່ງປະຊາມະຕິ Civiqs ຂອງອາເມຣິກາ, ອັດຕາການສະໜັບສະໜູນທ່ານໂຈ ໄບເດັນ ໄດ້ຕົກຕ່ຳລົງຮອດ 30% ເຊິ່ງເປັນຈັງຫວະການຕົກຕ່ຳລົງໄວທີ່ສຸດ ໃນບັນດາປະທານາທິບໍດີອາເມຣິກາພາຍຫຼັງສົງຄາມໂລກຄັ້ງທີ 2.

ໂດຍປະເຊີນໜ້າກັບອັດຕາເງິນເຟີ້ສູງທີ່ບໍ່ເຄີຍມີມາກ່ອນໃນຫຼາຍ 10 ປີທີ່ຜ່ານມາ, ທະນາຄານກາງອາເມຣິກາພັດໄດ້ປະຕິບັດມາດຕະການເພີ່ມດອກເບ້ຍທີ່ບໍ່ເຄີຍມີມາກ່ອນໃນ 30 ປີທີ່ຜ່ານມາ ຄືເພີ່ມ 0,75%. ແຕ່ຄຽງຄູ່ກັບທະນາຄານກາງອາເມຣິການຳໃຊ້ມາດຕະການຮຸນແຮງໃນການຮັບມືກັບບັນຫາເງິນເຟີ້, ມີນັກເສດຖະສາດນັບມື້ນັບຫຼາຍຂຶ້ນເຫັນວ່າ: ຄວາມສ່ຽງທີ່ເສດຖະກິດອາເມຣິກາຈະ ຕົກເຂົ້າໃນສະພາບຊຸດໂຊມລົງ ກຳລັງເພີ່ມຂຶ້ນ.

ເຖິງແມ່ນວ່າອາເມຣິກາກຳລັງປະສົບກັບ “ບັນຫາຕ່າງໆນາໆ” ກໍຕາມ, ແຕ່ນັກການເມືອງຈຳນວນໜຶ່ງຂອງອາເມຣິກາພັດໄດ້ປະໝາດບັນຫາຂອງຕົນ ແລະຄິດແຕ່ເລື່ອງຖິ້ມໂທດໃສ່ຈີນ. ແຕ່ການພັດທະນາຂອງຈີນສາມາດຜ່ານຜ່າການທົດສອບໄດ້ ເຊິ່ງຂໍ້ມູນການຄ້າສົ່ງອອກຂອງຈີນມີທ່ວງທ່າທີ່ດີ ກໍເປັນສະຖິຕິທີ່ສາມາດພິສູດບັນຫານີ້ໄດ້. ທາດແທ້ຂອງສາຍພົວພັນຈີນ-ອາເມຣິກາ ກໍຄືຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ. ການຍົກເລີກພາສີທີ່ບໍ່ສົມເຫດສົມຜົນຕໍ່ຈີນ ແລະສ້າງສາຍພົວພັນດ້ານເສດຖະກິດການຄ້າລະຫວ່າງຈີນກັບອາເມຣິກາແບບຊ່ວຍຊູຍູ້ໜູນກັນຄືນໃໝ່ ຈຶ່ງແມ່ນການກະທຳທີ່ມີຕັກກະຖານ ແລະຕິດແທດກັບຕົວຈິງ. ຖ້າບໍ່ດັ່ງນັ້ນ, ການກະທຳດັ່ງກ່າວຈະທຳລາຍຜົນປະໂຫຍດຂອງອາເມຣິກາເອງຢ່າງແນ່ນອນ.