ໜ່ວຍແພດ “ຂະບວນລົດໄຟສັນຕິພາບ”ກອງທັບປົດປ່ອຍປະຊາຊົນຈີນເດີນທາງຮອດລາວແລ້ວ

2022-07-19 15:22:46 cri

ໜ່ວຍແພດເສນາຮັກແລະໜ່ວຍພະລາທິການ ຂະບວນລົດໄຟສັນຕິພາບຂອງກອງທັບປົດປ່ອຍປະຊາຊົນຈີນໄດ້ເດີນທາງຮອດສະຖານີລົດໄຟບໍ່ເຕັນໃນຕອນເຊົ້າຂອງວັນທີ 19 ກໍລະກົດນີ້ ແລະພວມເດີນທາງມຸ່ງໜ້າສູ່ນະຄອນຫຼວງວຽງຈັນດວ້ຍລົດໄຟລາວ-ຈີນໂດຍຜ່ານສະຖານີນະຄອນຫຼວງວຽງຈັນ ເພື່ອຮ່ວມກັບກອງທັບປະຊາຊົນລາວ ຈັດການຝຶກຊ້ອມຮ່ວມກ່ຽວກັບການຊ່ວຍເຫຼືອທາງການແພດດ້ານມະນຸດສະທຳ ກໍຄືກິດຈະກຳການບໍລິການທາງການແພດ ຂະບວນລົດໄຟສັນຕິພາບ 2022” ໃນລະຫວ່າງວັນທີ 19 ຫາ 29 ກໍລະກົດນີ້.


ຂະບວນລົດໄຟສັນຕິພາບ 2022” ຄັ້ງນີ້, ມີຫົວຂໍ້ວ່າ ການຊ່ວຍເຫຼືອທາງການແພດດ້ານມະນຸດສະທຳເພື່ອກູ້ໄພພິບັດລົມພະຍຸໄຕ້ຝຸ່ນ”. ພາຍຫຼັງການຝຶກຊ້ອມຄັ້ງນີ້ສິ້ນສຸດລົງແລ້ວ, ໜ່ວຍແພດ ຂະບວນລົດໄຟສັນຕິພາບຍັງຈະໃຫ້ການບໍລິການດ້ານການແພດເປັນເວລາ 2 ວັນຢູ່ໂຮງໝໍ 103 ກອທັບ. ນີ້ເປັນຄັ້ງທີ 4 ແລ້ວທີ່ກອງທັບປົດປ່ອຍປະຊາຊົນຈີນ ສົ່ງໜ່ວຍແພດຂະບວນລົດໄຟສັນຕິພາບມາບໍລິການຢູ່ລາວ ແລະຄັ້ງນີ້ໄດ້ສົ່ງໜ່ວຍແພດເສນາຮັກແລະໜ່ວຍພະລາທິການທັງໝົດ 149 ຄົນມາປະຕິບັດໜ້າທີ່ຮ່ວມກັບຝ່າຍລາວ.

ຕາມຂ່າວແຈ້ງວ່າ, ກິດຈະກຳຄັ້ງນີ້ເປັນການເສີມຂະຫຍາຍແລະສືບຕໍ່ຈາກພາລະກິດຮວ່ມກັນລະຫວ່າງສອງກອງທັບລາວແລະຈີນໃນຂະບວນລົດໄຟສັນຕິພາບປີ 2017 ແລະ ປີ 2019.