ເລື່ອງລາວກ່ຽວກັບທ່ານສີຈິ້ນຜິງສຳຫຼວດກວດກາວຽກງານຢູ່ຊິ່ນຈ່ຽງພາກທີ 1

2022-07-19 20:10:35 cri



ເຂດປົກຄອງຕົນເອງອຸຍເກີຊິ່ນຈ່ຽງ ຫຼືເອີ້ນຫຍໍ້ວ່າ ຊິ່ນຈ່ຽງ ຕັ້ງຢູ່ທາງພາກຕາເວັນຕົກສຽງເໜືອຂອງຈີນ. ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ ປະທານປະເທດຈີນໄດເອົາໃຈໃສ່ການສ້າງສາແລະພັດທະນາຊິ່ນຈ່ຽງມາໂດຍຕະຫຼອດ, ເພິ່ນເຄີຍເດີນທາງໄປສຳຫຼວດກວດກາວຽກງານຢູ່ຊິ່ນຈ່ຽງຫຼາຍເທື່ອ. ເມື່ອບໍ່ດົນມານີ້ ຄື ລະຫວ່າງວັນທີ 12 ຫາວັນທີ 15 ກໍລະກົດ 2022, ທ່ານສີຈິ້ນຜິງໄດ້ເດີນທາງໄປຢ້ຽມຢາມຊິ່ນຈ່ຽງອີກຄັ້ງໜຶ່ງໂດຍໄດ້ລົງໄປສຳຫຼວດກວດກາວຽກງານຢູ່ໂຮງຮຽນ, ຫໍພິພິທະພັນ, ເຂດຊົນນະບົດແລະອື່ນໆ. ຕໍ່ໄປແມ່ນເລື່ອງລາວທີ່ໜ້າປະທັບໃຈກ່ຽວກັບທ່ານສີຈິ້ນຜິງຢ້ຽມຢາມຊິ່ນຈ່ຽງໃນຄັ້ງນີ້.

 

ເມື່ອເວົ້າເຖິງສາຍພົວພັນລະຫວ່າງທ່ານສີຈິ້ນຜິງກັບຊິ່ນຈ່ຽງ, ຕອນທີ່ເຮັດວຽກເປັນການນຳສຳຄັນຢູ່ແຂວງເຈີ້ຈ່ຽງ, ເພິ່ນກໍໄດ້ຕັ້ງໜ້າ ຊຸກຍູ້ການຮ່ວມມືດ້ານເສດຖະກິດລະຫວ່າງແຂວງເຈີ້ຈ່ຽງແລະເຂດປົກຄອງຕົນເອງອຸຍເກີຊິ່ນຈ່ຽງ. ປີ2003, ທ່ານສີຈິ້ນຜິງຍັງໄດ້ນຳພາຄະນະຜູ້ແທນພັກ-ລັດ ແຂວງເຈີ້ຈ່ຽງເດີນທາງໄປຢ້ຽມຢາມຊິ່ນຈ່ຽງ.

 

ທ່ານສີຈິ້ນຜິງໃຫ້ຮູ້ວ່າ: “ພາຍຫຼັງໄປເຮັດວຽກຢູ່ຂັ້ນສູນກາງແລ້ວ, ຂ້າພະເຈົ້າກໍໄດ້ເອົາໃຈໃສ່ສ້າງສາແລະພັດທະນາຊິ່ນຈ່ຽງມາໂດຍຕະຫຼອດເຊັ່ນກັນ, ປີ2009 ແລະປີ2014, ຂ້າພະເຈົ້າໄດ້ໄປສຳຫຼວດກວດກາວຽກງານຢູ່ຊິ່ນຈ່ຽງ.”

 

ຄຳປຽບທຽບຄວາມສາມັກຄີປຽບເໝືອນແກ່ນໝາກພິລາທີ່ຈັບກັນແໜ້ນໆນັ້ນ, ກໍແມ່ນທ່ານສີຈິ້ນຜິງໄດ້ຍິນພີ່ນ້ອງຊາວເຜົ່າອຸຍເກີຜູ້ໜຶ່ງເວົ້າເຖິງຕອນທີ່ເພິ່ນໄປສຳຫຼວດກວດກາວຽກງານຢູ່ຊິ່ນຈ່ຽງໃນປີ2014, ຄຳເວົ້າອັນລຽບງ່າຍທີ່ເກີດຂຶ້ນຈາກ ຊີວິດການ ເປັນຢູ່ຂອງປະຊາຊົນນັ້ນໄດ້ເຮັດໃຫ້ທ່ານສີຈິ້ນຜິງຮູ້ສຶກປະທັບໃຈຫຼາຍ.

 

ມາຮອດປັດຈຸບັນ, ເວລາຜ່ານໄປ8ປີແລ້ວ, ໃນການຢ້ຽມຢາມຊິ່ນຈ່ຽງຄັ້ງນີ້, ມີເລື່ອງໜຶ່ງທີ່ເຮັດໃຫ້ຄົນທັງຫຼາຍມີຄວາມປະທັບໃຈຫຼາຍແມ່ນ ໃນເວລາທ່ານສີຈິ້ນຜິງເວົ້າກັບ ຄູອາຈານ,ນັກສຶກສາ, ຊາວບ້ານ ແລະຊາວເມືອງໃນເຂດຊຸມຊົນວ່າ: “ພວກເຮົາຕ້ອງສາມັກຄີກັນຄືກັບແກ່ນໝາກພິລາ”, ສຽງເວົ້າບໍ່ທັນຈົບ, ຄົນນັບເປັນຮ້ອຍເປັນພັນຄົນຢູ່ກັບທີ່ໄດ້ພາກັນຕອບດ້ວຍສຽງດຽວກັນທີ່ດັງກ້ອງກັງວານວ່າ: “ຈັບກັນແໜ້ນໆ”.

 

ການສຳຫຼວດກວດກາວຽກງານຢູ່ຊິ່ນຈ່ຽງໃນຄັ້ງນີ້, ທ່ານສີຈິ້ນຜິງໄດ້ເດີນທາງໄປຢ້ຽມຢາມມະຫາວິທະຍາໄລຊິ່ນຈ່ຽງເປັນບ່ອນທຳອິດ.

 



ຕອນເຊົ້າວັນທີ 12 ກໍລະກົດ2022,ທ່ານສີຈິ້ນຜິງໄດ້ຍ່າງເຂົ້າໄປໃນສູນຄົ້ນຄວ້າເພື່ອສ້າງສະຕິປະຊາຄົມປະຊາຊາດຈີນຂອງວິທະຍາໄລລັດທິມາກຂອງມະຫາ ວິທະຍາໄລຊິ່ນຈ່ຽງ.

 

ເວລານັ້ນ, ຄູອາຈານແລະນັກສຶກສາທັງຫຼາຍກຳລັງປຶກສາຫາລືແລະ ແບ່ງປັນປະສົບການໃນການເຄື່ອນໄຫວນອກຫຼັກສູດໄປເຮັດການສຳຫຼວດຄົ້ນຄວ້າຄື: ຢູ່ນະຄອນຮາມີ້, ຫັດຖະກຳປັກແສ່ວໄດ້ຂະຫຍາຍຕົວຈາກໂຮງນ້ອຍໆ ແບບກະແຈກກະຈາຍມາສ້າງໃຫ້ເປັນສະຫະກອນ, ຊາວລ້ຽງງົວແລະແກະຕາມທົ່ງຫຍ້າເຄີລາມາຢີ່ ໄດ້ເຂົ້າໄປເຮັດວຽກ ຢູ່ວິສາຫະກິດທັນສະໄໝ... ທ່ານສີຈິ້ນຜິງໄດ້ຕັ້ງໃຈຮັບຟັງຢ່າງລະອຽດ. ທ່ານກ່າວວ່າ:  “ຜ່ານຈາກການສຳຫຼວດຄົ້ນຄວ້າ, ພວກເຮົາຕ້ອງມີຄວາມໝັ້ນໃຈຢ່າງໜຶ່ງ. ທິດສະດີແລະນະໂຍບາຍຊົນເຜົ່າຂອງພວກເຮົາແມ່ນທິດສະດີແລະນະໂຍບາຍທີ່ດີ,ມີປະສິດທິພາບແລະສາມາດຜ່ານການທົດສອບໄດ້. ປະເທດຈີນທີ່ມີ ມະຫາສາມັກຄີລະຫວ່າງບັນດາເຜົ່າຕ້ອງມີໄຊແນ່ນອນ, ຕ້ອງມີອະນາຄົດ ທີ່ສົດໃສແນ່ນອນ.”

 



ຕອນເຊົ້າວັນທີ 13 ກໍລະກົດ 2022,  ທ່ານສີຈິ້ນຜິງໄດ້ໄປເຖິງຫໍພິພິທະພັນເຂດປົກຄອງຕົນເອງອຸຍເກີຊິ່ນຈ່ຽງ ເພື່ອຊົມການວາງສະແດງວັດຖຸບູຮານປະຫວັດສາດຊິ່ນຈ່ຽງ, ຍັງໄດ້ຊົມການສະແດງຂັບຮ້ອງ ມະຫາກາບຊົນເຜົ່າເລື່ອງ “ມານາສ”ອີກດ້ວຍ. “ມານາສ” ແມ່ນການເລົ່າເລື່ອງກ່ຽວກັບ ວິລະຊົນຜູ້ໜຶ່ງທີ່ຊື່ວ່າ “ມານາສ” ພ້ອມດ້ວຍລູກຫຼານ 7 ເຊັ່ນຄົນໄດ້ຕໍ່ສູ້ກັບອິດທິກຳລັງຊົ່ວຮ້າຍຢ່າງຕໍໍ່ເນື່ອງ. ປີ2009, ມາຫາກາບ “ມານາສ”ໄດ້ຖືກອົງການການສຶກສາ ວິທະຍາສາດແລະວັດທະນະທຳ ສະຫະປະຊາຊາດຫຼືອຸຍເນັສໂກ ຮັບຮອງເປັນຜົນງານຕົວແທນມໍລະດົກໂລກດ້ານວັດທະນະທຳນາມມະທຳຂອງມວນມະນຸດ.



ທ່ານສີຈິ້ນຜິງຖ່າຍຮູບຮ່ວມກັບບັນດາຜູ້ສືບທອດສິລະປະການສະແດງ "ມານາສ" 

 ທ່ານ ຈ່ຽງນູເອີ  ຊາວລ້ຽງສັດທີ່ມີອາຍຸ 57 ປີ ເປັນຜູ້ສືບທອດການສະແດງ “ມານາສ”.

 

ເມື່ອໄດ້ຊົມການສະແດງແລ້ວ, ທ່ານສີຈິ້ິນຜິງໄດ້ຖາມລາວດ້ວຍຮ້ອຍຍິ້ມວ່າ: “ທ່ານຮ້ອງໄດ້ດົນປານໃດ?”

 

ທ່ານຈ່ຽງນູເອີ ຕອບວ່າ: “ຮ້ອງມື້ໜຶ່ງຄືນໜຶ່ງກໍບໍ່ໝົດ”

 

ເມື່ອໄດ້ຍິນຄຳຕອບຂອງທ່ານຈ່ຽງນູເອີ,  ລູກສິດຜູ້ທີ່ຮຽນສິລະປະຂັບ ຮ້ອງມາຕັ້ງແຕ່ອາຍຸ 3 ປີນັ້ນເວົ້າດ້ວຍສີອາຍໆວ່າ: “ຂ້ອຍຮ້ອງໄດ້ພຽງແຕ່ 60 ນາທີເທົ່ານັ້ນ”.

 

“ສ່ຳນັ້ນກໍເກັ່ງສົມຄວນແລ້ວ!” ທ່ານສີຈິ້ນຜິງແນມເບິ່ງໄວໜຸ່ມອາຍຸ 14 ປີ ຜູ້ນີ້ດ້ວຍຄວາມສະໜິດສະໜົມທັງເວົ້າວ່າ: “ຕ້ອງບຳລຸງສ້າງຊາວໜຸ່ມຮຸ່ນໃໝ່ໃຫ້ ດີ, ເພີ່ມທະວີການອະນຸລັກແລະສືບທອດມໍລະດົກວັດທະນະທຳນາມມະ ທຳໃຫ້ດີກວ່າເກົ່າ, ເສີມຂະຫຍາຍວັດທະນະທຳທີ່ເປັນມູນເຊື້ອອັນດີງາມຂອງ ບັນດາຊົນເຜົ່າໃຫ້ຈະເລີນຮຸ່ງເຮືອງ”

 

ທ່ານສີຈິ້ນຜິງຖາມຕື່ມວ່າ: “ພວກສະຫາຍຍັງມີຄວາມຫຍຸ້ງຍາກຫຍັງບໍ່?”

ນັກສະແດງຂັບຮ້ອງຜູ້ໜຶ່ງຕອບຂຶ້ນດ້ວຍສາຍຕາທີ່ເຕັມໄປດ້ວຍຄວາມຄອງຄອຍວ່າ: “ຂ້ອຍຢາກໃຫ້ທົ່ວໂລກຮັບຮູ້ ‘ມານາສ’.”

 

ທ່ານສີຈິ້ນຜິງກ່າວວ່າ: “ແມ່ນເຜີຍແຜ່ໄປເຖິງທົ່ວໂລກເນາະ.ມັນເປັນວັດທະນະທຳຊົນເຜົ່າສ່ວນໜ້ອຍ ແລະກໍແມ່ນຊັບສົມບັດອັນປະເສີດ ໃນຄັງສາງວັດທະນະທຳຈີນ, ວັດທະນະທຳຈີນຕ້ອງແລກປ່ຽນແລະຖອດຖອນ ບົດຮຽນເຊິ່ງກັນແລະກັນກັບວັດທະນະທຳໂລກໃຫ້ດີກວ່າເກົ່າ, ສູນກາງພັກໄດ້ໃຫ້ ຄວາມສຳຄັນແລະສະໜັບສະ ໜູນວຽກງານດ້ານນີ້. ”

 



“ຕອນເຊົ້າມື້ດຽວກັນ, ທ່ານສີຈິ້ນຜິງຍັງໄດ້ເດີນທາງໄປຢ້ຽມຢາມເຂດຊຸມຊົນກູ້ຢວນຊ້ຽງເມືອງທ່ຽນຊ່ານນະຄອນອູຣຸມກີ ເທດສະບານເຂດປົກຄອງຕົນເອງອຸຍເກີຊິ່ນຈ່ຽງ,ປະຊາຊົນຢູ່ເຂດຊຸມຊົນແຫ່ງນີ້ ກວມ95%ແມ່ນຊົນເຜົ່າສ່ວນໜ້ອຍ, ການຢ້ຽມຢາມເຂດຊຸມຊົນຄັ້ງນີ້ຂອງທ່ານສີຈິ້ນຜິງຈຸດປະສົງ ສຳຄັນອັນໜຶ່ງ ກໍແມ່ນເພື່ອສຳຫຼວດກວດກາວຽກງານກ່ຽວ ກັບຜູ້ເຖົ້າແລະເດັກນ້ອຍ, ເຊິ່ງເປັນບັນຫາສຳຄັນທີ່ປະຊາຊົນໃຫ້ຄວາມສົນໃຈ. ທ່ານໄດ້ເວົ້າກັບພະນັກງານເຂດຊຸມຊົນວ່າ: “ເຂດຊຸມຊົນມີຄວາມສຳຄັນຫຼາຍ, ວຽກງານຈຳນວນຫຼວງຫຼາຍແມ່ນຕ້ອງອາໄສເຂດຊຸມຊົນປະຕິບັດໃຫ້ສຳເລັດປຽບເໝືອນເສັ້ນດ້າຍພັນສາຍແມ່ນຕ້ອງອາໄສເຂັມດວງໜຶ່ງສອດຫ້ອຍ.ຕ້ອງປະຕິບັດວຽກງານລົງເຖິງຂັ້ນຮາກຖານ, ຕ້ອງປະຕິບັດໃຫ້ຕິດແທດຕົວຈິງ, ແລະແທດເໝາະກັບສິ່ງທີ່ປະຊາຊົນບັນດາເຜົ່າມີຄວາມຕ້ອງການ”

 



ຢູ່ຫ້ອງຟ້ອນລຳຂອງສູນບໍລິການສະມາຊິກພັກແລະປະຊາຊົນເຂດຊຸມຊົນກູ້ຢວນຊ້ຽງ, ຜູ້ເຖົ້າຈຳນວນໜຶ່ງກຳລັງຟ້ອນລຳທຳເພງຢ່າງເບີກບານມ່ວນຊື່ນ. ເຂົາເຈົ້າໄດ້ບອກອາຍຸຂອງຕົນສູ່ທ່ານສີຈິ້ນຜິງຟັງດ້ວຍຄວາມພາກພູມໃຈວ່າ: “74ປີ”, “73ປີ”, “80ປີ”.

 

ທ່ານສີຈິ້ນຜິງໄດ້ອວຍພອນເຂົາເຈົ້າວ່າ: “ຈົ່ງມີຊີວິດທີ່ມີຄວາມສຸກຕະຫຼອດໄປ!”

 



ສ່ວນຢູ່ຫ້ອງທາງຂ້າງ, ເດັກນ້ອຍຈຳນວນໜຶ່ງກຳລັງອ່ານກາບກອນ ບູຮານຈີນ. ເມື່ອໄດ້ເຫັນພໍ່ເຖົ້າສີ, ລູກຫຼານທັງຫຼາຍພາກັນສະແດງການອ່ານ ກາບກອນດ້ວຍຄວາມຈູບຈ້າວຫ້າວຫັນ.

 

ທ່ານສີຈິ້ນຜິງໄດ້ຕັ້ງໃຈຟັງດ້ວຍຮອຍຍິ້ມແລະກ່າວວ່າ: “ການສຶກສາ ດ້ານວັດທະນະທຳທີ່ມີມູນເຊື້ອອັນດີງາມຂອງຊາດຈີນຕ້ອງເຮັດໃຫ້ໄວແລະເລີ່ມຈາກເດັກນ້ອຍ, ເຮັດຢ່າງບໍ່ລົດລະ,ປູກຈິດສຳນຶກ,ອົບຮົມສິດສອນໃຫ້ເຂົາເຈົ້າ, ເຊິ່ງມີຜົນດີຕໍ່ການຮັດແໜ້ນພື້ນຖານແລະສືບທອດວັດທະນະທຳທີ່ມີມູນເຊື້ອອັນດີງາມຂອງຊາດຈີນ”.

 



ຄອບຄົວພໍ່ເຖົ້າ ອາປູ້ໄຫຼຖີ ທູເອີຊຸ້ນ ຊາວເຜົ່າອຸຍເກີໃນເຂດຊຸມຊົນ ກູ້ຢວນຊ້ຽງໄດ້ຕ້ອນຮັບທ່ານສີຈິ້ນຜິງເຂົ້າໄປໃນເຮືອນດ້ວຍຄວາມອົບອຸ່ນ. ຢູ່ຫ້ອງຮັບແຂກ, ທ່ານສີຈິ້ນຜິງໄດ້ລົມເລື່ອງລາວຊີວິດປະຈຳວັນກັບຄອບຄົວພໍ່ເຖົ້າ ອາປູ້ໄຫຼຖີ ທູເອີຊຸ້ນ, ທ່ານສີຈິ້ນຜິງໄດ້ສອບຖາມບັນຫາການປິ່ນ ປົວພະຍາດ, ການສຶກສາ, ລາຍໄດ້, ການປ່ຽນແປງຂອງຊີວິດການເປັນຢູ່. ພໍ່ເຖົ້າອາປູ້ໄຫຼຖີ ທູເອີຊຸ້ນ ບອກໃຫຮູ້ວ່າ: ເວລາເຈັບເປັນ ກໍໄປຫາໝໍຢູ່ໂຮງໝໍເຂດຊຸມຊົນ ທີ່ຢູ່ໃກ້ເຮືອນ, ການປະກັນສັງຄົມສຳລັບຜູ້ເຖົ້າແມ່ນມີສ່ວນແກ້ໄຂບັນຫາໄດ້ເປັນຈຳນວນຫຼາຍ, ເດັກນ້ອຍທຸກຄົນໄປໂຮງຮຽນຕ່າງກໍມີອະນາຄົດທີ່ດີ.

 

ທ່ານສີຈິ້ນຜິງຖາມຕື່ມອີກວ່າ: “ໃນຕຶກອາຄານຫຼັງນີ້ມີຊົນ ເຜົ່າຕ່າງໆແມ່ນບ່ໍ?”

ພໍ່ເຖົ້າອາປູ້ໄຫຼຖີ ທູເອີຊຸ້ນ ຕອບວ່າ: “ມີ, ເຜົ່າຮັ້ນ, ເຜົ່າອຸຍເກີ, ເຜົ່າກາຊັກ, ເຜົ່າຮຸຍ, ເຜົ່າຕາຕາຣ... ລ້ວນແຕ່ເປັນຄົນລຶ້ງເຄີຍກັນດີ, ພວກເຮົາ ລົມກັນ, ເລາະທ່ຽວນຳກັນ, ຮ້ອງເພງ,ເຕັ້ນລຳຢູ່ເດີ່ນນຳກັນ, ດີຫຼາຍ.”

 

ຄົນຂ້າງເຮືອນຂອງພໍ່ເຖົ້າອາປູ້ໄຫຼຍຖີ ທູເອີຊຸ້ນ ແມ່ນມີທັງໝົດ 9 ຊົນເຜົ່າ. ທ່ານສີຈິ້ນຜິງທັງຍິ້ມທັງບອກວ່າ: ເພິ່ນສາມາດຮູ້ສຶກໄດ້ເຖິງບັນຍາກາດທີ່ປະຊາ ຊົນບັນດາເຜົ່າໃນເຂດຊຸມຊົນດຳລົງຊີວິດຢ່າງປອງດອງແລະເບີກບານມ່ວນຊື່ນ.


ຕອນອຳລາຈາກເຂດຊຸມຊົມ, ທ່ານສີຈິ້ນຜິງໄດ້ເວົ້າກັບຊາວເມືອງ ທັງຫຼາຍວ່າ: “56ຊົນເຜົ່າສາມັກຄີ ເປັນປຶກແຜ່ນດຽວກັນ,  ຮ່ວມແຮງຮ່ວມໃຈກັນ,ບຸກບືນສູ້ຊົນ ຕໍ່ໄປຄືແນວນີ້ກໍຍ່ອມຈະມີຊີວິດການເປັນຢູ່ທີ່ດີກວ່າເກົ່າຢ່າງແນ່ນອນ.”