ທ່ານສີຈິ້ນຜິງສົ່ງສານຊົມເຊີຍຕໍ່ກອງປະຊຸມມໍລະດົກວັດທະນະທຳດ້ານກະສິກຳທີ່ສຳຄັນຂອງໂລກ

2022-07-19 09:44:12 CRI


ວັນທີ 18 ກໍລະກົດນີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ສົ່ງສານຊົມເຊີຍຕໍ່ກອງປະຊຸມມໍລະດົກວັດທະນະທຳກະສິກຳທີ່ສຳຄັນຂອງໂລກ.


ເນື້ອໃນສານຊົມເຊີຍຂອງທ່ານສີຈິ້ນຜິງໄດ້ເນັ້ນໜັກວ່າ, ມະນຸດໄດ້ສ້າງອະລິຍະທຳການປູກຝັງກະສິກຳທີ່ສົດໃສໃນປະຫວັດສາດອັນຍາວນານ, ການອະນຸລັກມໍລະດົກວັດທະນະທຳກະສິກຳແມ່ນຄວາມຮັບຜິດຊອບຮວ່ມຂອງມວນມະນຸດ. ຈີນໄດ້ຕັ້ງໜ້າຕອບສະໜອງຕາມຂໍ້ລິເລີ່ມກ່ຽວກັບມໍລະດົກວັດທະນະທຳກະສິກຳທີ່ສຳຄັນຢູ່ໃນໂລກຂອງອົງການອາຫານ ແລະ ການກະເສດຂອງສະຫະປະຊາຊາດ, ຍຶດໝັ້ນອະນຸລັກໄປຄຽງຄູ່ກັບການຂຸດຄົ້ນ, ສືບທອດໄປຄຽງຄູ່ກັບການນຳໃຊ້, ຊຸກຍູ້ພຶດຕິກຳອະນຸລັກມໍລະດົກວັດທະນະທຳກະສິກຳຢ່າງບໍ່ຢຸດຢັ້ງ. ຈີນຍິນດີຮ່ວມກັບປະຊາຄົມໂລກ, ພ້ອມກັນເພີ່ມທະວີການອະນຸລັກມໍລະດົກວັດທະນະທຳກະສິກຳ, ຂຸດຄົ້ນຄຸນຄ່າດ້ານເສດຖະກິດ, ສັງຄົມ, ວັດທະນະທຳ, ນິເວດ, ວິທະຍາສາດເຕັກນິກ ແລະອື່ນໆຕື່ມອີກ, ຊ່ວຍຊຸກຍູ້ການຈັດຕັ້ງປະຕິບັດວາລະການພັດທະນາແບບຍືນຍົງຮອດປີ 2030 ຂອງອົງການສະຫະປະຊາຊາດ, ຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ.

 

ວັນທີ 18 ກໍລະກົດນີ້, ກອງປະຊຸມມໍລະດົກວັດທະນະທຳກະສິກຳທີ່ສຳຄັນຂອງໂລກໄດ້ຈັດຂຶ້ນຢູ່ເມືອງຊິ່ງທຽນແຂວງເຈີ້ຈ່ຽງຈີນ ພາຍໃຕ້ຫົວຂໍ້ວ່າ “ອະນຸລັກມໍລະດົກກະສິກຳຮ່ວມ, ຊຸກຍູ້ການພັດທະນາຊົນນະບົດໃຫ້ຈະເລີນຮຸ່ງເຮືອງຢ່າງຮອບດ້ານ.”