ຢູ່ສູນການຄ້າແຫ່ງໜຶ່ງທີ່ລັດອິນດີອັນນາຂອງອາເມຣິກາໄດ້ເກີດເຫດການກວາດຍິງເຮັດໃຫ້ມີຜູ້ເສຍຊີວິດ 4 ຄົນ

2022-07-19 15:16:44 CRI

 

ຕາມຂ່າວCRI: ວັນທີ 17 ກໍລະກົດນີ້, ຢູ່ສູນການຄ້າແຫ່ງ ໜຶ່ງທີ່ເມືອງອິນດີອັນນາໂປລິສເຊິ່ງເປັນເທດສະບານຂອງລັດອິນດີອັນນາອາເມຣິກາໄດ້ເກີດເຫດການກວາດຍິງ, ເຮັດໃຫ້ມີຜູ້ເສຍຊີວິດ 4 ຄົນລວມທັງມີືປືນຜູ້ກໍ່ເຫດແລະມີຜູ້ໄດ້ຮັບບາດເຈັບອີກ 2 ຄົນ.

 

ຕາມການລາຍງານຈາກສື່ມວນຊົນທ້ອງຖິ່ນໃຫ້ຮູ້ວ່າ, ເວລາປະມານ 18 ໂມງຂອງວັນທີ 17 ກໍລະກົດນີ້ຕາມເວລາທ້ອງຖິ່ນ, ມີຜູ້ຊາຍເຕັມອາຍຸກະສຽນ ຄົນໜຶ່ງໄດ້ໃຊ້ປືນຍາວເປັນອາວຸດກວາດຍິງເຂົ້າໃສ່ຜູ້ຄົນຢູ່ສູນຂາຍອາຫານຂອງສວນກຣີນວູດ, ເຮັດໃຫ້ມີຜູ້ເສຍຊີວິດ 3 ຄົນ, ແລະບາດເຈັບ 2 ຄົນ.ຝ່າຍຕຳຫຼວດກ່າວວ່າ,ຜູ້ກໍ່ເຫດຖືກຍິງເສຍຊີວິດກັບທີ່ປັດຈຸບັນຕຳຫຼວດກຳລັງດຳເນີນການສືບສວນກ່ຽວກັບເຫດການດັ່ງກ່າວ.