ປະທານາທິບໍດີຟີລິບປີນຢາກຈັດການເຈລະຈາລະຫວ່າງລັດຖະບານເພື່ອຈັດຊື້ຝຸ່ນເຄມີຮັບມືກັບບັນຫາລາຄາຝຸ່ນແພງຂຶ້ນ

2022-07-20 14:45:01 CRI

 

ຕາມຂ່າວCRI:ອີງຕາມລາຍງານຂ່າວຈາກສຳນັກຂ່າວສານຟີລິບປີນຫຼື PNA ໃຫ້ຮູ້ວ່າ: ທ່ານເຟີດີນານ ໂຣມົວເດສ ມາໂຄສ, ປະທານາທິບໍດີຟີລິບປີນ ກຳລັງພິຈາລະນາເຖິງການເຈລະຈາລະຫວ່າງລັດຖະບານເພື່ອຈັດຊື້ຝຸ່ນເຄມີກັບຈີນ, ອິນໂດເນເຊຍ, ສະຫະລັດອາຣັບເອມີເຣດ, ມາເລເຊຍແລະຣັດເຊຍ, ເພື່ອແກ້ໄຂບັນຫາການເພີ່ມຂຶ້ນຂອງລາຄາຝຸ່ນເຄມີຢູ່ຟີລິບປີນ.

 

ນັບແຕ່ທ່ານເຟີດີນານ ໂຣມົວເດສ ມາໂຄສດຳລົງຕຳແໜ່ງເປັນ ປະທານາທິບໍດີເປັນຕົ້ນມາ, ຍັງໄດ້ດຳລົງຕຳແໜ່ງລັດຖະມົນຕີກະຊວງະສິກຳ ຟີລິບປີນຕື່ມອີກ,ວັນທີ 18 ກໍລະກົດນີ້ທ່ານໄດ້ກ່າວຕໍ່ເຈົ້າໜ້າທີ່ພາກສ່ວນ ກະສິກຳໃນເວລາເຂົ້າຮ່ວມກອງປະຊຸມກົມຄຸ້ມຄອງດິນແລະນ້ຳແຫ່ງຟີລິບປີນວ່າ: ລັດຖະບານສາມາດໄດ້ຮັບຝຸ່ນເຄມີທີ່ມີລາຄາຖືກດ້ວຍການຊື້ຂາຍລະຫວ່າງລັດຖະບານ.