ຜູ້ທີ່ຕິດຕາມອາເມຣິກາແລະກໍ່ຄຳຫຼອກລວງແຫ່ງສະຕະວັດຈະໄດ້ຮັບຜົນເສຍຫາຍໃນທີ່ສຸດ

2022-07-20 14:24:40 cri

ເຖິງວ່າອິດທິກຳລັງຕໍ່ຕ້ານປະເທດຈີນຂອງປະເທດຕາເວັນຕົກອອກແຮງຢ່າງສຸດຂີດເພື່ອກໍ່ຄຳຫຼອກລວງທີ່ວ່າເຂດປົກຄອງຕົນເອງຊິນຈ່ຽງຂອງຈີນມີສະພາບການອັນທີ່ເອີ້ນວ່າ “ບັງຄັບອອກແຮງງານ”, ແຕ່ຄຳຫຼວກລວງດັ່ງກ່າວບໍ່ມີຜົນຕໍ່ວິສາຫະກິດທີ່ຮູ້ຄວາມຈິງ. ໜັງສືພິມຖະໜົນວານອາເມຣິກາສະບັບວັນທີ 16 ກໍລະກົດລາຍງານວ່າ, ທ່ານ Stephen Woellenstein, ຫົວໜ້າຜູ້ບໍລິຫານຫຼື CEO ຂອງບໍລິສັດ Volkswagen ສາຂາຈີນທີ່ໃກ້ຈະອອກຈາກຕຳແໜ່ງກ່າວໃນວັນທີ 15 ກໍລະກົດວ່າ: ບໍລິສັດ Volkswagen ຕົກລົງຈະສືບຕໍ່ຮັກສາການຜະລິດແລະການຂັບເຄື່ອນຂອງໂຮງງານທີ່ຕັ້ງຢູ່ເຂດຊິນຈ່ຽງ, ນອກນັ້ນ, ບໍລິສັດຂອງຕົນຈິງໃຈໃຫ້ຜູ້ຊ່ຽວຊານດ້ານສິດທິມະນຸດຜູ້ໜຶ່ງທີ່ຄະນະອຳນວຍການຂອງບໍລິສັດແມ່ສະເໜີຊື່ໄປຢ້ຽມຢາມໂຮງງານດັ່ງກ່າວ.

ໃນຫຼາຍປີມານີ້, ພາຍໃຕ້ການນຳພາຂອງອາເມຣິກາ, ສື່ມວນຊົນປະເທດຕາເວັນຕົກໄດ້ກໍ່ຄຳຫຼອກລວງອັນທີ່ເອີ້ນວ່າຢູ່ເຂດຊິນຈ່ຽງມີ “ການບັງຄັບອອກແຮງງານ” ແລະ “ການດັບສູນເຊື້ອຊາດ” ເພື່ອໃສ່ຮ້າຍປ້າຍສີປະເທດຈີນ, ແລະຮຽກຮ້ອງໃຫ້ວິສາຫະກິດປະເທດຕາເວັນຕົກປະຕິເສດລົງທຶນຢູ່ເຂດຊິນຈ່ຽງຂອງຈີນແລະປະຕິເສດການນຳເຂົ້າສິນຄ້າຈາກເຂດຊິນຈ່ຽງຂອງຈີນ. ທີ່ຈິງແລ້ວ, ອາເມຣິກາໃສ່ຮ້າຍປ້າຍສີແລະລົງໂທດເຂດຊິນຈ່ຽງຂອງຈີນບໍ່ແມ່ນສາເຫດອັນທີ່ເອີ້ນວ່າ “ບັນຫາສິດທິມະນຸດ”, ຫາກແມ່ນອາເມຣິກາເຈຕະນາສະກັດກັ້ນບາດກ້າວພັດທະນາອຸດສາຫະກຳຂອງຈີນຢ່າງບໍ່ຢຸດຢັ້ງພາຍໃຕ້ແນວຄິດຝ່າຍໄດ້ຝ່າຍເສຍໃນການແຂ່ງຂັນ. ແລະມີລັກສະນະສົງຄາມການຄ້າຢ່າງຈະແຈ້ງ.

ໃນຖານະເປັນ “ແບບຢ່າງ” ໃນຂະແໜງການຜະລິດລົດຂອງເຢຍລະມັນ, ໂຮງງານຜະລິດລົດຊິນຈ່ຽງທີ່ບໍລິສັດລົດຊຽງໄຮ້ ແລະ ບໍລິສັດ Volkswagen ຮ່ວມກັນລົງທຶນນັ້ນໄດ້ດຳເນີນງານຢ່າງເປັນທາງການເມື່ອປີ 2013. ໃນໄລຍະ 9 ປີຜ່ານມາ, ບໍລິສັດ Volkswagen ເປັນພິຍານດ້ານການພັດທະນາຂອງເຂດຊິນຈ່ຽງໄດ້, ແລະໄດ້ພັດທະນາຮ່ວມກັນກັບເຂດຊິນຈ່ຽງ. ສຳລັບບັນຫາທີ່ເຂດຊິນຈ່ຽງມີບັນຫາສິດທິມະນຸດຫຼືບໍ່, ບໍລິສັດ Volkswagen ສາຂາຊິນຈ່ຽງເຊິ່ງເປັນວິສາຫະກິດທີ່ດຳເນີນທຸລະກິດຢູ່ທ້ອງຖິ່ນນັ້ນຄວນມີສິດປະກອບຄຳເຫັນຫຼາຍກວ່າລັດຖະບານເຢຍລະມັນ.

ອາເມຣິກາກໍ່ຄຳຫຼອກລວງອັນທີ່ເອີ້ນວ່າ “ການບັງຄັບອອກແຮງງານ” ແລະ “ການດັບສູນເຊື້ອຊາດ” ແລະຫົວຂໍ້ອື່ນໆ, ທີ່ຈິງແລ້ວແມ່ນສະພາບຄວາມເປັນຈິງຂອງອາເມຣິກາເອງ. ຕາມການລາຍງານວ່າ, ຢູ່ເຂດອາເມຣິກາເໜືອເຄີຍໄດ້ເກີດເຫດການດັບສູງເຊື້ອຊາດຂະໜາດໃຫຍ່ທີ່ສຸດໃນປະຫວັດສາດຂອງໂລກ, ນັບມາຮອດປັດຈຸບັນ, ຢູ່ອາເມຣິກາຢ່າງໜ້ອຍມີຜູ້ອອກແຮງງານຫຼາຍກວ່າ 5 ແສນຄົນທີ່ຍ້າຍໄປອາເມຣິກາຢ່າງຜິດກົດໝາຍແລະຖືກບັງຄັບອອກແຮງງານ, ນອກນີ້, ມີແຮງງານໂລກຫຼາຍກວ່າ 1 ແສນຄົນຖືກຄ້າຂາຍໄປອາເມຣິກາແລະຖືກບັງຄັບອອກແຮງງານໃນຂະແໜງການຕ່າງໆທີ່ມີຄວາມຕ້ອງການອອກແຮງງານຫຼາຍໃນທຸກປີ. ຄຳຫຼອກລວງໃຫຍ່ທີ່ສຸດໃນໂລກທີ່ອາເມຣິກາກໍ່ຂຶ້ນນັ້ນພວມຖືກທຳລາຍ.

ນັບມາຮອດປັດຈຸບັນ, ລົດທີ່ບໍລິສັດ Volkswagen ຜະລິດນັ້ນມີ 40% ໄດ້ຂາຍຢູ່ຕະຫຼາດຈີນ. ນອກນີ້, ປະເທດຈີນຍັງເປັນຕະຫຼາດລົດຍົນທີ່ໃຊ້ພະລັງງານທົດແທນໃຫຍ່ທີ່ສຸດໃນໂລກ, ຈຳນວນການຜະລິດແລະການຂາຍລົດທີ່ໃຊ້ພະລັງງານທົດແທນຂອງຈີນໄດ້ກວມ 50% ຂອງໂລກຂຶ້ນໄປ. ທ່ານ Stephen Woellenstein ເວົ້າໂດຍກົງຕໍ່ສື່ມວນຊົນອາເມຣິກາວ່າ, ຖ້າວ່າບໍລິສັດ Volkswagen ປິດໂຮງງານຜະລິດລົດທີ່ຕັ້ງຢູ່ເຂດຊິນຈ່ຽງຍ້ອນປັດໄຈການເມືອງພູມີພາກ, ຈະບໍ່ສອດຄ່ອງກັບຜົນປະໂຫຍດຂອງບໍລິສັດ Volkswagen. ນອກນີ້, ພາບອະນາຄົດດ້ານການພັດທະນາ, ສະພາບແວດລ້ອມດ້ານດຳເນີນທຸລະກິດ, ລະດັບພື້ນຖານໂຄງລ່າງແລະອື່ນໆຂອງປະເທດຈີນລ້ວນແຕ່ແມ່ນປັດໄຈທີ່ປະເທດອື່ນເຂົ້າແທນບໍ່ໄດ້, ຖ້າວ່າປະເທດຕາເວັນຕົກສືບຕໍ່ຕິດຕາມຄຳຫຼອກລວງແຫ່ງສະຕະວັດຂອງອາເມຣິກາ, ປະເທດເຫຼົ່ານີ້ຈະໄດ້ຮັບຄວາມເສຍຫາຍໃນທີ່ສຸດຢ່າງແນ່ນອນ.