ເກີດເຫດເຮືອບັກລຳໜຶ່ງຂອງອິນໂດເນເຊຍຫຼົ້ມ ມີຜູ້ສູນຫາຍ 13 ຄົນ

2022-07-20 14:46:20 CRI

 

ຕາມຂ່າວCRI: ວັນທີ 19 ກໍລະກົດນີ້, ເຈົ້າໜ້າທີ່ ກູ້ໄພອິນໂດເນເຊຍກ່າວວ່າ:ຕອນຄ່ຳວັນທີ 18 ກໍລະກົດນີ້, ມີເຮືອບັກລຳ ໜຶ່ງໄດ້ເກີດເຫດຫຼົ້ມຢູ່ເຂດທະເລບໍລິເວນແຂວງມາລູຄູເໜືອຂອງອິນໂດເນເຊຍ, ເຮັດໃຫ້ມີຜູ້ສູນຫາຍ 13 ຄົນ.

 

ໂຄສົກຂອງກົມຄົ້ນຫາກອບກູ້ແຫ່ງຊາດອິນໂດເນເຊຍກ່າວຕໍ່ນັກຂ່າວວ່າ: ເຮືອບັກລຳນີ້ໄດ້ບັນທຸກຜູ້ໂດຍສານ 77 ຄົນເດີນທາງອອກຈາກນະຄອນ ເດີນາເດແຂວງມາລູຄູເໜືອມຸ່ງໜ້າໄປຕາແສງຮາມາເຮຣາໃຕ້ແຂວງມາລູຄູໃນຕອນເຊົ້າວັນທີ 18 ກໍລະກົດນີ້, ແຕ່ໄດ້ຫຼົ້ມຢູ່ບໍລິເວນໃກ້ຊິຮອດ ຈຸດໝາຍປາຍທາງໃນຕອນແລງວັນທີ 18 ກໍລະກົດນີ້. ກົມຄົ້ນຫາກອບກູ້ແຫ່ງຊາດຮ່ວມກັບກົມຕ້ານໄພພິບັດ, ທະຫານຕຳຫຼວດ, ອາສາສະໝັກທ້ອງຖິ່ນແລະພາກສ່ວນອື່ນໆໄດ້ດຳເນີນການກອບກູ້ຊ່ວຍເຫຼືອຢ່າງຮີບດ່ວນ, ປັດຈຸບັນສາມາດຊ່ວຍເຫຼືອຜູ້ປະສົບໄພໄດ້ແລ້ວ 64 ຄົນ. ທິມກູ້ໄພໄດ້ເພີ່ມກຳລັງຫຼາຍກວ່າເກົ່າແລະເປີດກວ້າງຂອບເຂດການຄົ້ນຫາກອບກູ້.