ລັດຖະມົນຕີກະຊວງການຕ່າງປະເທດຣັດເຊຍກ່າວວ່າ: ບໍ່ມີຫຼັກຖານສາມາດ ຢັ້ງຢືນໃຫ້ເຫັນວ່າການທົດລອງຊີວະພາບໃຊ້ທາງການທະຫານຂອງອາເມຣິກາຢູ່ອູແກຣນມີລັກສະນະ “ສັນຕິພາບ”

2022-07-20 14:43:31 CRI

 


ຕາມຂ່າວCRI: ວັນທີ 18 ກໍລະກົດນີ້, ທ່ານເຊີເກ ລາຟໂຣຟ, ລັດຖະ ມົນຕີກະຊວງການຕ່າງປະເທດຣັດເຊຍໄດ້ພິມບົດຄວາມລົງໜັງສືພິມ ອິສເວສດີຂອງຣັດເຊຍວ່າ: ບໍ່ມີຫຼັກຖານສາມາດຢັ້ງຢືນໃຫ້ເຫັນວ່່າການທົດລອງຊີວະພາບທາງການທະຫານຂອງອາເມຣິກາຢູ່ອູແກຣນມີອັນທີ່ເອີ້ນວ່າ:ລັກສະນະສັນຕິພາບແລະການໃຊ້ທາງພົນລະເຮືອນ.


 

ທ່ານເຊີເກ ລາຟໂຣຟກ່າວຕື່ມວ່າ, ມີຫຼັກຖານທີ່ນັບມື້ນັບຫຼາຍກວ່າເກົ່າ ສະແດງໃຫ້ເຫັນວ່າ, ອາເມຣິກາໄດ້ນຳໃຊ້ຄຳວ່າສັນຕິພາບເປັນສາກບັງໜ້າ ດຳເນີນການທົດລອງກ່ຽວກັບພະຍາດທີ່ອັນຕະລາຍທີ່ສຸດ, ເພື່ອສ້າງອາວຸດຊີວະພາບ. ຫຼັກຖານທີ່ຖືກຄົ້ນພົບຜ່ານຂະບວນການເຄື່ອນໄຫວພິເສດທາງການ ທະຫານໂດຍທະຫານຣັດເຊຍສະແດງໃຫ້ເຫັນຢ່າງຈະແຈ້ງວ່າອາເມຣິກາໄດ້ຝ່າຝືນກັບສົນທິສັນຍາຫ້າມແພ່ຜາຍອາວຸດຊີວະພາບ.ຣັດເຊຍໄດ້ຍື່ນຫຼັກຖານທີ່ກ່ຽວຂ້ອງແລະຂະບວນການຮຽກຮ້ອງໃຫ້ອາເມຣິກາຊີ້ແຈ້ງໄດ້ເລີ່ມຕົ້ນແລ້ວ.