"ຂະບວນລົດໄຟສັນຕິພາບ"ຂອງກອງທັບປົດປ່ອຍປະຊາຊົນຈີນ ໄດ້ເດີນທາງຮອດນະຄອນຫຼວງວຽງຈັນ

2022-07-20 16:20:42 cri

ພິທີີຕ້ອນຮັບໜ່ວຍແພດ “ຂະບວນລົດໄຟສັນຕິພາບ” ກອງທັບປົດປ່ອຍປະຊາຊົນຈີນ ໄດ້ຈັດຂຶ້ນໃນວັນທີວັນທີ 19 ກໍລະກົດນີ້, ທີ່ສະຖານີລົດໄຟວຽງຈັນ ໂດຍໄດ້ຮັບການຕ້ອນຮັບຈາກ ພົ.ວ ບົວສິງ ອິນທະວົງ ຮອງຫົວໜ້າກົມໃຫຍ່ພະລາທິການກອງທັບປະຊາຊົນລາວ, ຮອງຜູ້ຮັບຜິດຊອບຂະບວນລົດໄຟສັນຕິພາບ 2022, ພົ.ວ ຄໍາແພງ ພູມມາແກ້ວ ຫົວໜ້າກົມເສນາຮັກກະຊວງປ້ອງກັນປະເທດລາວ ພ້ອມດ້ວຍນາຍທະຫານເຂົ້າຮ່ວມ.

ພົ.ວ ບົວສິງ ອິນທະວົງ ກ່າວວ່າ: ຕາງໜ້າໃຫ້ກະຊວງປ້ອງກັນປະເທດ ແລະ ກົມໃຫຍ່ພະລາທິການກອງທັບປະຊາຊົນລາວ ສະແດງຄວາມຍິນດີ, ຊົມເຊີຍ ແລະຕ້ອນຮັບ “ ຂະບວນລົດໄຟສັນຕິພາບ 2022 ” ທີ່ໄດ້ເດີນທາງຕາມເສັ້ນທາງລົດໄຟລາວ-ຈີນ ມາຮອດນະຄອນຫຼວງວຽງຈັນດ້ວຍຄວາມສະຫວັດດີພາບ ແລະ ປອດໄພ. ຂະບວນລົດໄຟສັນຕິພາບມີຄວາມສໍາຄັນໃນການເພີ່ມທະວີແລະຮັດແໜ້ນສາຍພົວພັນມິດຕະພາບລະຫວ່າງສອງຊາດ, ສອງກອງທັບໃຫ້ມີຄວາມໜັກແໜ້ນ ແລະ ເຂົ້າສູ່ລວງເລິກເທື່ອລະກ້າວ.

 ພັກເອກພິເສດ ເສິນ ຊຸນມີງ ຮອງຫົວໜ້າເສນາຮັກກົມຮັບປະກັນພະລາທິການຂອງຄະນະກໍາມະການທະຫານສູນກາງ, ຫົວໜ້າຄະນະຂະບວນລົດໄຟສັນຕິພາບ 2022 ຂອງກອງທັບປົດປ່ອຍປະຊາຊົນຈີນ ກ່າວວ່າ: ການເຂົ້າຮ່ວມຝຶກຊ້ອມຄັ້ງນີ້ແມ່ນມີຄວາມໝາຍສໍາຄັນຕໍ່ມິດຕະພາບລະຫວ່າງສອງກອງທັບລາວ-ຈີນ. ໃນການເດີນທາງຄັ້ງນີ້ສະມາຊິກຄະນະເສນາຮັກຂອງພວກຂ້າພະເຈົ້າມີຄວາມກຽມພ້ອມທຸກຢ່າງໃນການຝຶກຊ້ອມ ແລະຂ້າພະເຈົ້າກໍໄດ້ຮັບຮູ້ວ່າ, ຄະນະກົມເສນາຮັກຝ່າຍລາວໄດ້ກຽມພ້ອມທຸກຢ່າງໃຫ້ແກ່ການຝຶກຊ້ອມຄັ້ງນີ້. ຂ້າພະເຈົ້າຫວັງວ່າການຝຶກຊ້ອມຂອງສອງກອງທັບລາວ-ຈີນພວກເຮົາຈະໄດ້ຮັບຜົນສໍາເລັດຢ່າງຈົບງາມ.

ອີງຕາມຂໍ້ມູນຈາກກົມເສນາຮັກໃຫ້ຮູ້ວ່າ: ພິທີທາງການຈະຈັດຂຶ້ນໃນວັນທີ 25 ກໍລະກົດ 2022, ທີ່ສະໂມສອນກົມໃຫຍ່ພະລາທິການກອງທັບນະຄອນຫຼວງວຽງຈັນ. ໃນຕອນບ່າຍມື້ດຽວກັນຈະມີການຫັດແອບຝຶກຊ້ອມຕົວຈິງລະຫວ່າງ ໜ່ວຍເສນາຮັກ ແລະໜ່ວຍພລາທິການ“ ຂະບວນລົດໄຟສັນຕິພາບ 2022” ແລະກອງທັບປະຊາຊົນລາວ ທີ່ສະໜາມຈໍາລອງເມືອງໂພນໂຮງ ແຂວງວຽງຈັນ.