ນາຍົກລັດຖະມົນຕີມາເລເຊຍຮຽກຮ້ອງໃຫ້ພາກສ່ວນທີ່ກ່ຽວຂ້ອງແກ້ໄຂບັນຫາຂາດເຂີນແຮງງານຕ່າງປະເທດໂດຍໄວເທົ່າທີ່ຈະໄວໄດ້

2022-07-20 14:37:58 CRI


     ວັນທີ 19 ກໍລະກົດປີ 2022 ນີ້, ທ່ານອິສເມວ ຊັບຣີ ຢາໂກບ ນາຍົກລັດຖະມົນຕີມາເລເຊຍໄດ້ຮຽກຮ້ອງໃຫ້ພາກສ່ວນທີ່ກ່ຽວຂ້ອງຮ່ວມແຮງກັບສະມາຄົມຂະແໜງການຕ່າງໆ, ແກ້ໄຂບັນຫາຂາດເຂີນແຮງງານຕ່າງປະເທດທີ່ປະເທດຕົນພວມປະເຊີນຢູ່ໂດຍໄວເທົ່າທີ່ຈະໄວໄດ້.


     ອີງຕາມຖະແຫຼງການຂອງທ່ານອິສເມວ ຊັບຣີ ຢາໂກບໃຫ້ຮູ້ວ່າ: ໃນກອງປະຊຸມສະພາການເຄື່ອນໄຫວເສດຖະກິດທີ່ຈັດຂຶ້ນໃນມື້ດຽວກັນ, ທ່ານໄດ້ຮຽກຮ້ອງໃຫ້ກະຊວງຊັບພະຍາກອນມະນຸດ ແລະກະຊວງພາຍໃນຂອງມາເລເຊຍຈັດກອງປະຊຸມຮ່ວມກັບນັກທຸລະກິດ, ປຶກສາຫາລືແລະຊອກຫາມາດຕະການຮັບມື. ທ່ານຍັງຮຽກຮ້ອງໃຫ້ພາກສ່ວນທີ່ກ່ຽວຂ້ອງຂອງລັດເຮັດໃຫ້ຂັ້ນຕອນມີຄວາມກະທັດຮັດ, ເພີ່ມຈຳນວນພະນັກງານຮັບໃຊ້, ເພື່ອນຳເຂົ້າແຮງງານຫຼາຍກວ່າເກົ່າຈາກບັນດາປະເທດທີ່ໄດ້ຮັບການອະນຸຍາດ.


     ໃນສອງປີຜ່ານມາ, ຍ້ອນຖືກຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ແລະປັດໄຈອື່ນໆຫຼາຍດ້ານ, ຂະແໜງການປຸງແຕ່ງແລະການຜະລິດ ຂະແໜງການກໍ່ສ້າງ ແລະຂະແໜງການອື່ນໆຂອງມາເລເຊຍລ້ວນແຕ່ໄດ້ປະເຊີນກັບບັນຫາຂາດເຂີນແຮງງານຕ່າງປະເທດຢ່າງໜັກໜ່ວງທີ່ສຸດ.