ເລີ່ມດຳເນີນການເຄື່ອນໄຫວປະຕິບັດກົດໝາຍລາດຕະເວນຮ່ວມຕາມເຂດລ່ອງແມ່ນ້ຳຂອງລະຫວ່າງຈີນ, ລາວ, ມຽນມ້າແລະໄທຄັ້ງທີ 119

2022-07-20 14:22:10 cri


ເວລາ 9 ໂມງຂອງວັນທີ 19 ກໍລະກົດນີ້, ກຳປັ່ນປະຕິບັດກົດໝາຍສອງລຳຂອງຝ່າຍຈີນທີ່ເຂົ້າຮ່ວມ ການເຄື່ອນໄຫວປະຕິບັດກົດໝາຍລາດຕະເວນຮ່ວມຕາມເຂດລ່ອງແມ່ນ້ຳຂອງລະຫວ່າງຈີນ, ລາວ, ມຽນມ້າແລະໄທ ຄັ້ງທີ 119 ໄດ້ອອກເດີນທາງຈາກທ່າກຳປັ່ນຈິງຮ່າ ກິ່ງແຂວງສິບສອງພັ່ນນາແຂວງຢຸນນານຈີນ, ເຊິ່ງເປັນຂີດໝາຍສະແດງໃຫ້ເຫັນວ່າ, ການເຄື່ອນໄຫວດັ່ງກ່າວເລີ່ມຕົ້ນຂຶ້ນຢ່າງເປັນທາງການແລ້ວ. ກຳປັ່ນປະຕິບັດກົດໝາຍຂອງຝ່າຍຈີນກັບກຳປັ່ນປະຕິບັດກົດໝາຍຂອງລາວແລະມຽນມາ ຈະເຕົ້າໂຮມກັນຢູ່ເຂດນ້ຳທີ່ກ່ຽວຂອງຢູ່ຕາມລ່ອງແມ່ນ້ຳຂອງ, ແລ້ວດຳເນີນການເຄື່ອນໄຫວປະຕິບັດກົດໝາຍລາດຕະເວນຮ່ວມ ເປັນເວລາ 4 ມື້ 3 ຄືນ.