ທ່ານ​ໄດ້​ນຳ​ເອົາ​ຄວາມ​ຫວັງ​ແລະ​ຄວາມ​ຄິດ​ເຫັນຫຼາຍ​ຢ່າງ​ມາ​ໃຫ້​ກັບ​ພວກ​ເຮົາ

2022-07-20 09:28:07 cri


ປີ 2015, ໃນໄລຍະໄປຢ້ຽມຢາມອາເມຣິກາ, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ໄປຢ້ຽມຢາມໂຮງຮຽນມັດທະຍົມລິນຄອນຢູ່ນະຄອນຕາໂກມາລັດວໍຊິງຕັນອາເມຣິກາ, ໄດ້ມອບຂອງຂວັນໃຫ້ແກ່ກັນ, ຍັງໄດ້ເຊື້ອເຊີນຄູສອນແລະນັກຮຽນ 100 ຄົນໄປຢ້ຽມຢາມປະເທດຈີນເມື່ອປີ 2016. ໃນສາຍຕາຂອງຄູສອນແລະນັກຮຽນຂອງໂຮງຮຽນລິນຄອນ, ທ່ານປະທານສີຈິ້ນຜິງ ມີນິໃສໃຈດີ, ໂອບເອື້ອອາລີ ແລະເຂົ້າໃກ້ຄົນງ່າຍ ທັງເປັນຜູ້ນຳທີ່ສ້າງຄວາມປະທັບໃຈທີ່ເລິກເຊິ່ງໃຫ້ກັບເຂົາເຈົ້າ.