ເລື່ອງລາວກ່ຽວກັບທ່ານສີຈິ້ນຜິງສຳຫຼວດກວດກາວຽກງານຢູ່ຊິ່ນຈ່ຽງພາກທີ 2

2022-07-20 21:03:45 cri



ຕອນບ່າຍວັນທີ 14 ກໍລະກົດ 2022, ໃນໄລຍະສຳຫຼວດກວດກາວຽກງານຢູ່ນະຄອນທູລູຟານ ເຊິ່ງໄດ້ຮັບສົມຍານາມວ່າເປັນ “ບ້ານລະແຊັງ”, ທ່ານສີຈິ້ນຜິງໄດ້ເດີນທາງໄປບ້ານຊິ່ນເສີງຊີ່ເມີນ ຕາແສງຢາເອີ ເມືອງກ່າວຊ່າງ ເພື່ອສຳຫຼວດກວດກາວິສາຫະກິດປຸງແຕ່ງຜະລິດຕະພັນກະສິກຳ.

 

ຍຸດທະສາດການພັດທະນາຊົນນະບົດໃຫ້ຈະເລີນກຳລັງຈັດຕັ້ງປະຕິບັດໄປຢ່າງເປັນຂະບວນຟົດຟື້ນ, ໃນນີ້ ການພັດທະນາອຸດສາຫະກຳກໍແມ່ນຂອດສຳຄັນອັນໜຶ່ງ. ເວົ້າສຳລັບຊາວບ້ານທັງຫຼາຍທີ່ດຳລົງຊີວິດດ້ວຍການປູກໝາກລະແຊັງເປັນອາຊີບມາທຸກເຊັ່ນຄົນແລ້ວ, ຫຼັງຈາກວິສາຫະກິດເຂົ້າມາຕັ້ງຢູ່ພາຍໃນບ້ານ ເຊິ່ງບໍ່ພຽງແຕ່ສາມາດສ້າງວຽກເຮັດງານທຳຢູ່ໃກ້ເຮືອນເທົ່ານັ້ນ ຍັງສາມາດແກ້ໄຂບັນຫາຫຍຸ້ງຍາກ ໃນດ້ານການຈຳໜ່າຍອີກດ້ວຍ.

 


ທ່ານສີຈິ້ນຜິງຍ່າງເຂົ້າໄປໃນໂຮງງານ. ຢູ່ເຂດຄັດແຍກ, ຊາວບ້ານ ທັງຫຼາຍກຳລັງຄັດແຍກໝາກລະແຊັງແຫ້ງຢ່າງຄ່ອງແຄ້ວ. ໝາກລະແຊັງ ແຫ້ງທີ່ມີຄຸນນະພາບດີໄດ້ຫຸ້ມຫໍ່ໃສ່ແກັດ ເພື່ອຈະຂົນສົ່ງໄປຂາຍສູ່ແຫ່ງຕ່າງໆ ໃນທົ່ວປະເທດ. ໃນເວລາໂອ້ລົມສົນທະນາກັບທ່ານສີຈິ້ນຜິງ, ເມື່ອເວົ້າເຖິງຊີວິດ ການເປັນຢູ່ໃນອະນາຄົດ, ສາຍຕາຂອງຊາວບ້ານທັງຫຼາຍແມ່ນເຕັມໄປ ດ້ວຍຄວາມຫວັງ.

 

ທ່ານສີຈິ້ນຜິງໄດ້ຝາກຄວາມຫວັງດ້ວຍຄວາມເອົາໃຈໃສ່ວ່າ: “ຕ້ອງມຸ່ງໜ້າ ສູ່ອະນາຄົດເພື່ອສະແຫວງຫາການພັດທະນາ, ຜ່ານຈາກການ ພັດທະນາ ເພື່ອເພີ່ມທະວີຄວາມສາມັກຄີແລະເຕົ້າໂຮມກຳລັງໃຈຂອງປະຊາຊົນ.”

 


ຢູ່ເດີ່ນກວ້າງຂອງບ້ານຊິ່ນເສີງຊີ່ເມີນ, ກຳລັງມີການແຂ່ງຂັນບານບ້ວງຢ່າງດຸເດືອດ. ເມື່ອແນມເຫັນທ່ານສີຈິ້ນຜິງຍ່າງມາຫາ, ຊາວບ້ານທັງຫຼາຍພາກັນ ຮ້ອງໂຮແລະຍ່າງຫຸ້ມກັນເຂົ້າໄປຢືນຢູ່ອ້ອມເພິ່ນຢ່າງຟົດຟື້ນ.ທ່ານສີຈິ້ນຜິງໄດ້ເວົ້າວ່າ:“ການພັດທະນາຊົນນະບົດໃຫ້ຈະເລີນເປັນເປົ້າໝາຍສູ້ຊົນຂອງຊົນນະບົດອີກອັນໜຶ່ງພາຍຫຼັງທີ່ພວກເຮົາໄດ້ບັນລຸການຫຼຸດພົ້ນອອກຈາກຄວາມທຸກຍາກແລ້ວ, ເມື່ອເຫັນການປ່ຽນແປງຂອງບ້ານພວກສະຫາຍ, ຂ້າພະເຈົ້າຮູ້ສຶກປິຕິຊົມຊື່ນເປັນຢ່າງຍິ່ງນຳຜົນງານທີ່ພວກສະຫາຍຍາດມາໄດ້. 10ປີຜ່ານມານີ້,ຊົນນະບົດຂອງຈີນໄດ້ ຜ່ານຜ່າຂະບວນການພັດທະນາແບບບໍ່ທຳມະດາທີ່ສຸດ. ພວກເຮົາບຸກບືນສູ້ຊົນຢ່າງ ຕໍ່ເນື່ອງ ໂດຍສາມາດແກ້ໄຂບັນຫາທຸກຍາກເດັດຖານຂອງຈີນໄດ້, ນີ້ຄືສິ່ງສຸດຍອດຢູ່ໃນໂລກ, ສິ່ງນີ້ໄດ້ພິສູດໃຫ້ເຫັນວ່າ ພັກກອມມູນິດຈີນດີ, ສັງຄົມນິຍົມທີ່ມີສີສັນພິເສດຂອງຈີນແມ່ນດີແລະໄດ້ພິສູດວ່າ ປະຊາຊົນບັນດາເຜົ່າ ພວກເຮົາແມ່ນສຸດຍອດຫຼາຍ!”

 


ຕອນບ່າຍວັນທີ 12 ກໍລະກົດ2022ຄືມື້ທຳອິດ ທີ່ທ່ານສີຈິ້ນຜິງ ຢ້ຽມຢາມຊິ່ນຈ່ຽງໃນຄັ້ງນີ້, ທ່ານສີຈິ້ນຜິງໄດ້ເດີນທາງໄປສຳຫຼວດກວດກາ ເຂດທ່າບົກສາກົນອຸຣຸມກີ. ທ່ານສີຈິ້ນຜິງໄດ້ຢືນຢູ່ຕໍ່ໜ້າແຜນທີ່ໃຫຍ່ແຜ່ນໜຶ່ງ, ພ້ອມທັງແນມເບິ່ງເປັນເວລາດົນເຕີບ.

 

  ຊິ່ນຈ່ຽງທີ່ຕັ້ງຢູ່ເຂດພາກກາງຂອງແຜ່ນດິນໃຫຍ່ອາຊີ-ເອີຣົບ, ເຊື່ອມຕໍ່ຈີນກັບເອີຣົບ ເຊິ່ງເປັນສອງຕະຫຼາດໃຫຍ່, ມີເຄືອຂ່າຍທາງລົດໄຟ, ທາງຫຼວງແລະເສັ້ນທາງການບິນຢ່າງໜາແໜ້ນ.

 

  ໃນເມື່ອກ່ອນ, ຊິ່ນຈ່ຽງເປັນເຂດຊາຍແດນທີ່ຫຼ້າຫຼັງ,ບໍ່ມີການພັດທະນາ ແມ່ນແຕ່ການສື່ສານແລະໄປສະນີກໍແມ່ນຕ້ອງອາໄສອູດແລະມ້າ.

 



ສູນຂະບວນລົດໄຟດ່ວນຈີນ-ເອີຣົບຢູ່ເຂດທ່າບົກສາກົນອຸຣຸມກີ


  ແຕ່ທຸກມື້ນີ້, ຂະບວນລົດໄຟດ່ວນຈີນ-ເອີຣົບໄດ້ແລ່ນລຽບຕາມເສັ້ນທາງສາຍໄໝທີ່ຄົນບູຮານບຸກເບີກມາກ່ອນນັ້ນແລ່ນຜ່ານເຂດທະເລຊາຍໂກປີ, ເຮັດໃຫ້ເຂດ ຊາຍແດນທາງພາກຕາເວັນຕົກສຽງເໜືອກາຍເປັນແນວໜ້າແຫ່ງການເປີດປະຕູສູ່ພາຍນອກ.

 

   ປີ2014, ທ່ານສີຈິ້ນຜິງເຄີຍເດີນທາງໄປສຳຫຼວດກວດກາວຽກງານຢູ່ຊິ່ນຈ່ຽງ, ເວລານັ້ນຫ່າງຈາກທ່ານສີຈິ້ນຜິງສະເໜີຂໍ້ລິເລີ່ມຮ່ວມກັນສ້າງ “ໜຶ່ງແລວໜຶ່ງ ເສັ້ນທາງ”ໄດ້ເຄິ່ງປີ. ຕອນນັ້ນ, ທ່ານສີຈິ້ນຜິງກໍໄດ້ມີວິໄສທັດວ່າ: “ຖ້າຫາກແລວເສດຖະກິດເສັ້ນທາງສາຍໄໝສ້າງຂຶ້ນແລ້ວ, ຊິ່ນຈ່ຽງອາດຈະກາຍເປັນເຂດສູນກາງທີ່ຈະເລີນ.”

 

ຫຼັງຈາກນັ້ນເກືອບ 1 ເດືອນ, ທ່ານສີຈິ້ນຜິງໄດ້ເປັນປະທານຈັດກອງປະຊຸມກົມການເມືອງສູນກາງພັກກອມມູນິດຈີນ ເຊິ່ງກອງປະຊຸມໄດ້ກຳນົດຢ່າງຈະແຈ້ງ ວ່າ: ຈະສຸມກຳລັງເຂົ້າໃນການສ້າງເຂດໃຈກາງແລວເສດຖະກິດເສັ້ນທາງສາຍໄໝຢູ່ຊິ່ນຈ່ຽງ.

 

   ເວລາຜ່ານໄປ8ປີແລ້ວ, ຊິ່ນຈ່ຽງໄດ້ເກີດມີການປ່ຽນແປງຢ່າງໃຫຍ່ຫຼວງ, ທຸກມື້ນີ້, ຈຳນວນຂະບວນລົດໄຟດ່ວນຈີນ-ເອີຣົບທີ່ໄດ້ແລ່ນຂ້າມແດນໂດຍຜ່ານດ່ານ ໂຮ້ເອີໂກຊື ແລະດ່ານອາລາຊ່ານໂຂ້ວຂອງຊິ່ນຈ່ຽງໄດ້ກວມຍອດຈຳນວນຂະບວນລົດໄຟດ່ວນຈີນ-ເອີຮົບທີ່ເປີດບໍລິການໃນທົ່ວປະເທດຈີນຫຼາຍກວ່າເຄິ່ງໜຶ່ງ. ເຂດທ່າບົກສາກົນອຸຣຸມກີກໍໄດ້ກາຍເປັນສູນກາງຈໍລະຈອນສິນຄ້າສາກົນທີ່ຄຶກຄື້ນທີ່ສຸດ.

 


ຢູ່ໜ້າຈໍໃຫຍ່ທີ່ເຂດທ່າບົກສາກົນໄດ້ສົ່ງສັນຍານພາບປະຕິບັດງານຂອງ ດ່ານໂຮ້ເອີໂກຊື ແລະດ່ານອາລາຊ່ານໂຂ້ວໃນທຸກເວລາ. ໃນນັ້ນກໍໄດ້ ເຫັນພາບການຄ່ຽນຖ່າຍສິນຄ້າລະຫວ່າງລົດໄຟລາງກວ້າງກັບລາງມາດຕະຖານໜຶ່ງແມັດຢ່າງເປັນລະບຽບຮຽບຮ້ອຍ. ບໍ່ວ່າ ສິນຄ້າຕ່າງປະເທດຈະອີງໃສ່ຊິ່ນຈ່ຽງ ເປັນທາງຜ່ານເພື່ອເຂົ້າສູ່ປະເທດຈີນຫຼື ສິນຄ້າຈີນຜ່ານຊິ່ນຈ່ຽງຂົນສົ່ງໄປ ຕ່າງປະເທດ ເຊິ່ງລ້ວນແຕ່ໄດ້ສະແດງໃຫ້ເຫັນເຖິງທ່າແຮງແລະກາລະໂອກາດ ຂອງຊິ່ນຈ່ຽງໃນດ້ານການຄ້າສາກົນ. ເມື່ອຟັງຜູ້ຮັບຜິດຊອບເຂດທ່າບົກສາກົນ ໄດ້ແນະນຳໃຫ້ຮູ້ສະພາບການຄ້າແຈ່ວໝາກເລັ່ນທ່ີຜະລິດຈາກຊິ່ນຈ່ຽງແລ້ວ, ທ່ານສີຈິ້ນຜິງແມ່ນມີຄວາມສົນໃຈຫຼາຍ.

 

ໃນການສຳຫຼວດກວດກາວຽກງານຢູ່ຊິ່ນຈ່ຽງໃນຄັ້ງນີ້, ໂດຍຢືນຢູ່ຈຸດເລີ່ມຕົ້ນຂອງຂະບວນການໃໝ່ເພື່ອບັນລຸເປົ້າໝາຍສູ້ຊົນຮອບຮ້ອຍປີເຫດການທີສອງ, ທ່ານສີຈິ້ນຜິງໄດ້ມີວິໄສທັດອັນຍາວໄກ,ທ່ານໄດ້ເວົ້າກັບພະນັກງານເຂດທ່າບົກສາກົນອຸຣຸມກີວ່າ: “ແຕ່ກ່ອນເປັນເຂດແຂວງທີ່ຕັ້ງຢູ່ເຂດໃນແຜ່ນດິນໃຫຍ່, ດຽວນີ້ມີ ‘ໜຶ່ງແລວໜຶ່ງເສັ້ນທາງ’ແລ້ວມັນບໍ່ຄືເກົ່າອີກ. ທີ່ແຫ່ງນີ້ຈະບໍ່ເປັນເຂດຫ່າງໄກສອກຫຼີກອີກ, ແຕ່ເປັນແລວເສດຖະກິດໃຈກາງ, ເປັນແລວສູນກາງດ້ານຄົມມະນາຄົມ.ພວກສະຫາຍກຳລັງເຮັດໃນສິ່ງທີ່ມີຄວາມໝາຍທາງປະຫວັດສາດຢູ່.”

 


ຢູ່ບ້ານຊິ່ນເສີງຊີ່ເມີນທີ່ໄດ້ກ່າວມາຂ້າງເທິງນັ້ນ, ຢູ່ດ້ານໜ້າ ແລະດ້ານຫຼັງ ຂອງຝາເຮືອນໄດ້ມີຮູບແຕ້ມທີ່ວາດພາບຄວາມໃນໃຈແລະຄວາມມຸ່ງຫວັງຂອງຊາວບ້ານ. ໃນນັ້ນ ມີຮູບແຕ້ມຝາແຜ່ນໜຶ່ງກ່ຽວກັບບ້ານສິບແປດຖ້ຳ ກິ່ງແຂວງຊ່ຽງຊີ່ແຂວງຫູນານ.

 

 ບ້ານສິບແປດຖ້ຳກັບບ້ານຊິ່ນເສີງຊີ່ເມີນເປັນບ້ານຈັບຄູ່ຮ່ວມດ້ານການພັດທະນາຊົນນະບົດເພື່ອຄວາມສາມັກຄີລະຫວ່າງຊົນເຜົ່າ. ເຖິງຈະຢູ່ຫ່າງໄກກັນ 3.000 ກວ່າກິໂລແມັດ, ແຕ່ປະຊາຊົນທັງສອງບ້ານຕ່າງກໍໄດ້ໄປມາຫາສູ່ກັນແບບຍາດຕິພີ່ນ້ອງເປັນປະຈຳ.

 

 ສ່ວນແຂວງຫູນານໄດ້ຈັບຄູ່ຊ່ວຍເຫຼືອນະຄອນທູລູຟານ ເຊິ່ງບ້ານຊິ່ນເສີງ ຊີ່ເມີນກໍຢູ່ໃນນະຄອນແຫ່ງນີ້ເອງ. ສຸກສາລາພາຍໃນບ້ານ ກໍແມ່ນແຂວງຫູນານ ເປັນຜູ້ຊ່ວຍເຫຼືອສ້າງຕັ້ງຂຶ້ນ. ພະນັກງານການນຳຂອງທ້ອງຖິ່ນໄດ້ບອກທ່ານ ສີຈິ້ນຜິງວ່າ, ໃນບັນດາໂຄງການຊ່ວຍເຫຼືອນັ້ນ, ໂຄງການສາທາລະນະສຸກ ແລະການສຶກສາແມ່ນໄດ້ຮັບຄວາມຊົມເຊີຍຫຼາຍທີ່ສຸດຈາກຊາວບ້ານທັງຫຼາຍ.

 

ຕອນເຊົ້າວັນທີ 15 ກໍລະກົດ2022, ທ່ານສີຈິ້ນຜິງໄດ້ພົບປະກັບ ຜູ້ແທນຝ່າຍຕ່າງໆຂອງຊິ່ນຈ່ຽງທັງໝົດ 7 ຊຸດຕາມລຳດັບພ້ອມທັງຖ່າຍຮູບຮ່ວມກັນ, ໃນນັ້ນ ກໍມີຄະນະຜູ້ແທນພະນັກງານຊ່ວຍເຫຼືອຊິ່ນຈ່ຽງ.

 

ໃນກອງປະຊຸມລາຍງານວຽກງານທີ່ຈັດຂຶ້ນຫຼັງຈາກພົບປະກັນ, ທ່ານສີຈິ້ນ ຜິງໄດ້ໃຫ້ຄຳຊີ້ນຳໃນເວລາກ່າວເຖິງວຽກງານຊ່ວຍເຫຼືອຊິ່ນຈ່ຽງວ່າ: “ການປະ ຕິບັດວຽກງານຊິ່ນຈ່ຽງໃຫ້ດີແມ່ນພົວພັນເຖິງສະພາບລວມຂອງປະເທດຊາດ, ເປັນວຽກງານສຳຄັນຂອງທົ່ວພັກແລະທົ່ວປະເທດຊາດ.ທົ່ວພັກຕ້ອງຮັບຮູ້ຄວາມສຳຄັນຂອງວຽກງານຊິ່ນຈ່ຽງຈາກດ້ານຍຸທະສາດແລະສະພາບລວມ, ເພີ່ມຄວາມເຂັ້ມແຂງໃນການຈັບຄູ່ກັນເພື່ອຊ່ວຍເຫຼືອຊິ່ນຈ່ຽງ”.

 

ໃນຂະບວນການສູ້ຊົນຄັ້ງໃໝ່ໃນຍຸກໃໝ່, ທ່ານສີຈິ້ນຜິງໄດ້ຕາງໜ້າໃຫ້ສູນ ກາງພັກກອມມູນິດຈີນໄດ້ມີຂໍ້ຮຽກຮ້ອງແລະຝາກຄວາມຫວັງອັນໃໝ່ໃຫ້ກັບຊິ່ນ ຈ່ຽງ: “ຜັນຂະຫຍາຍແນວທາງຄຸ້ມຄອງບໍລິຫານຊິ່ນຈ່ຽງຂອງພັກໃນຍຸກໃໝ່ຢ່າງຄົບຖ້ວນແລະຖືກຕ້ອງ, ບຸກບືນສູ້ຊົນສ້າງສາຊິ່ນຈ່ຽງໃຫ້ມີຄວາມສາມັກຄີປອງດອງກັນ, ຈະເລີນຮັ່ງມີ, ມີຄວາມສິວິໄລກ້າວໜ້າ, ປະຊາຊົນຢູ່ເຢັນເປັນສຸກ, ມີສິ່ງແວດລ້ອມຊີວະພາບທີ່ດີ.”

 

ທິດຊີ້ນຳຢ່າງມີວິທະຍາສາດແລະຄຳສັ່ງສອນຢ່າງຈິງໃຈຂອງທ່ານສີຈິ້ນຜິງໄດ້ກະຕຸກຊຸກຍູ້ໃຫ້ລູກຫຼານປະຊາຊົນບັນດາເຜົ່າຂອງຊິ່ນຈ່ຽງຮ່ວມແຮງຮ່ວມໃຈກັນ,ບຸກບືນສູ້ຊົນເພື່ອສ້າງອະນາຄົດທີ່ດີງາມກວ່າເກົ່າ.