ຜູ້ນຳຂອງອີຣານ ຣັດເຊຍ ແລະຕູຣາເຄຍຈັດການເຈລະຈາສາມຝ່າຍກ່ຽວກັບບັນຫາຊີຣີ

2022-07-20 14:27:50 CRI


     ຕອນຄ່ຳວັນທີ 19 ກໍລະກົດປີ 2022 ນີ້, ທ່ານອິບຣາຮິມ ໄລສ໌ ປະທານາທິບໍດີອີຣານ, ທ່ານວະລາດີເມຍ ປູຕິນ ປະທານາທິບໍດີຣັດເຊຍ ແລະທ່ານເຣເຊັບ ໄຕຢິບ ເອໂດກັນ ປະທານາທິບໍດີຕູຣາເຄຍໄດ້ເຈລະຈາກັນຢູ່ນະຄອນຫຼວງເຕເຮຣານຂອງອີຣານ, ສາມຝ່າຍໄດ້ແລກປ່ຽນຄວາມຄິດຄວາມເຫັນກ່ຽວກັບການແກ້ໄຂບັນຫາຊີຣີພາຍໃຕ້ຂອບຂະບວນການນູ ຊູຕັນ.



     ສາມຝ່າຍໄດ້ອອກຖະແຫຼງການຮ່ວມຫຼັງຈາກການເຈລະຈາໂດຍກ່າວເນັ້ນເຖິງບົດບາດສຳຄັນຂອງຂະບວນການນູ ຊູຕັນໃນການແກ້ໄຂວິກິດການຊີຣີດ້ວຍສັນຕິວິທີແລະແບບຍືນຍົງ, ແລະໄດ້ກ່າວລື້ມຄືນຄຳໝັ້ນສັນຍາຂອງຕົນໃນການປົກປ້ອງອະທິປະໄຕ ເອກະລາດ ເອກະພາບ ແລະຜືນແຜ່ນດິນອັນຄົບຖ້ວນຂອງຊີຣີ ພ້ອມທັງຈຸດປະສົງແລະຫຼັກການຂອງກົດບັດສະຫະປະຊາຊາດຢ່າງເດັດດ່ຽວໜຽວແໜ້ນ.