ອົງການອຸຕຸນິຍົມໂລກແຈ້ງເຕືອນວ່າ: ໃນຫຼາຍສິບປີຂ້າງໜ້າ ກະແສຄື້ນຄວາມຮ້ອນຈະເກີດຂຶ້ນເລື້ອຍໆ

2022-07-20 16:13:07 cri

      ວັນທີ 19 ກໍລະກົດນີ້ຕາມເວລາທ້ອງຖິ່ນ, ອົງການອຸຕຸນິຍົມໂລກຊີ້ໃຫ້ເຫັນຢູ່ນະຄອນເຊີແນວປະເທດສະວິສວ່າ: ອາກາດຮ້ອນແຮງທີ່ເກີດຂຶ້ນຢູ່ເອີຣົບໃນຫວ່າງມໍ່ໆມານີ້ໄດ້ເຮັດໃຫ້ຝຣັ່ງແລະແອັສປາຍເກີດໄຟໄໝ້ລາມປ່າເລື້ອຍໆ, ອີຕາລີແລະປອກຕຸຍການໄດ້ເກີດມີສະພາບອາກາດແຫ້ງແລ້ງແບບບໍ່ເຄີຍມີມາກ່ອນໃນປະຫວັດສາດ,ພ້ອມທັງເຮັດໃຫ້ບາງເຂດຢູ່ອັງກິດເກີດມີອາກາດຮ້ອນແຮງຈົນກາຍ 40 ອົງສາ. ອົງການດັ່ງກ່າວແຈ້ງເຕືອນວ່າ: ໃນຫຼາຍສິບປີຂ້າງໜ້າ, ກະແສຄື້ນຄວາມຮ້ອນແບບນີ້ຈະນັບມື້ນັບເກີດຂຶ້ນເລື້ອຍໆ. ເຊິ່ງມີສ່ວນກ່ຽວຂ້ອງກັບການປ່ຽນແປງຂອງດິນຟ້າອາກາດ,ສ່ວນອາກາດມີອຸນຫະພູມອຸ່ນຂຶ້ນແມ່ນຍ້ອນຜົນຈາກການເຄື່ອນໄຫວຂອງມວນມະນຸດ. ທ່າອຽງທາງລົບຈາກການປ່ຽນແປງຂອງດິນຟ້າອາກາດຢ່າງໜ້ອຍຈະສືບເນື່ອງໄປຈົນຮອດຊຸມປີ 2060.