ຂໍ້ລິເລີ່ມການພັດທະນາທົ່ວໂລກໄດ້ຮັບສຽງຕອບຮັບເປັນຢ່າງດີຈາກປະເທດກຳລັງພັດທະນາຕ່າງໆ

2022-07-21 14:54:43 CRI

 

ຕາມຂ່າວCRI: ທ່ານປຣາກ ໂຄນ, ຮອງນາຍົກລັດຖະມົນຕີທັງເປັນ ລັດຖະມົນຕກະຊວງການຕ່າງປະເທດກຳປູເຈຍໄດ້ກ່າວໃນເວລາໃຫ້ສຳພາດທາງລາຍລັກອັກສອນຕໍ່ສື່ມວນຊົນຈີນໃນຫວ່າງບໍ່ດົນມານີ້ວ່າ: ຂໍ້ລິເລີ່ມການພັດທະນາທົ່ວໂລກທີ່ສະເໜີໂດຍປະເທດຈີນໄດ້ຮັບສຽງຕອບຮັບເປັນຢ່າງດີຈາກປະຊາຄົມໂລກໂດຍສະເພາະແມ່ນປະເທດກຳລັງພັດທະນາຕ່າງໆ, ກຳປູເຈຍສະໜັບ ສະໜູນຕໍ່ຂໍ້ລິເລີ່ມນີ້ຢ່າງແຂງແຮງ. ທ່ານກ່າວຕື່ມວ່າ, ຂໍ້ລິເລີ່ມນີ້ແມ່ນ ຜະລິດຕະພັນສາທາລະນະອີກອັນໜຶ່ງຂອງຈີນທີ່ສະໜອງໃຫ້ແກ່ທົ່ວໂລກ, ມີຈຸດປະສົງເພື່ອຫຼຸດຜ່ອນຄວາມທຸກຍາກແລະ ຮັບປະກັນຄວາມໝັ້ນຄົງດ້ານ ສະບຽງອາຫານ,ໂດຍຜ່ານການຮ່ວມມືສາກົນ, ຈະມີຜົນດີຕໍ່ການເພີ່ມທະວີການ ຮ່ວມມືດ້ານການພັດທະນາສາກົນ,ເລັ່ງລັດການປະຕິບັດວາລະການພັດທະນາແບບຍືນຍົງຮອດປີ 2030 ຂອງອົງການສະຫະປະຊາຊາດ.

 

ທ່ານປຣາກ ໂຊໂຄນຍັງກ່າວຕື່ມວ່າ: ສົມເດັດ ຮຸນເຊນ, ນາຍົກລັດຖະມົນຕີ ກຳປູເຈຍໄດ້ກ່າວຫຼາຍເທື່ອແລ້ວວ່າ:ການພັດທະນາໃນຂົງເຂດຕ່າງໆຂອງກຳປູເຈຍແມ່ນປາສະຈາກການສະໜັບສະໜູນແລະການຊ່ວຍເຫຼືອຈາກຈີນບໍ່ໄດ້. ຈີນ ແມ່ນຄູ່ຮ່ວມມືດ້ານການຄ້າໃຫຍ່ທີ່ສຸດ, ປະເທດທີ່ລົງທຶນໂດຍກົງໃຫຍ່ທີ່ສຸດແລະ ໃຫ້ການຊ່ວຍເຫຼືອດ້ານການພັດທະນາໃຫຍ່ທີ່ສຸດຂອງກຳປູເຈຍ.ການຊ່ວຍເຫຼືອຂອງຈີນເພື່ອຕ້ານກັບການລະບາດຂອງພະຍາດໂຄວິດ-19 ຢູ່ ກຳປູເຈຍໄດເສີມຂະຫຍາຍບົດບາດທີ່ສຳຄັນເຂົ້າໃນການຟື້ນຟູດ້ານເສດຖະກິດຂອງກຳປູເຈຍ.